ທ່ານນາງ ຫງວຽນເຟືອງງາ ຕອບສຳພາດຢູ່ນອກກອງປະຊຸມຂອງສະມັດຊາໃຫຍ່ ສປຊ
|
(vovworld) - ຫວຽດນາມ ຫວັງວ່າ ສປຊ ຍົກສູງເລື່ອງເຄົາລົບແລະປະຕິບັດກົດໝາຍສາກົນ - ທ່ານນາງ ຫງວຽນເຟືອງງາ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈຳ ສປຊ ໄດ້ໃຫ້ຮູ້ຄືດັ່ງກ່າວເມື່ອຕອບສຳພາດບັນດາອົງການສື່ມວນຊົນ ຫວຽດນາມ ຢູ່ນອກກອງປະຊຸມຂັ້ນສູງຂອງສະມັດຊາໃຫຍ່ ສປຊ ຊຸດທີ 71 ຖືກດຳເນີນໄປໃນລະຫວ່າງວັນທີ 20 – 26/9. ທ່ານນາງ ຫງວຽນເຟືອງງາ ໃຫ້ຮູ້ວ່າ: ທີ່ວາລະປຶກສາຫາລືລວມຂອງສະມັດຊາໃຫຍ່ ສປຊ ໃນກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 30 ປີແຫ່ງວັນຖະແຫຼງການກ່ຽວກັບສິດພັດທະນາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ເນັ້ນໜັກເຖິງສານຂອງ ຫວຽດນາມ ກ່ຽວກັບຄວາມຈຳເປັນຕ້ອງ “ເພີ່ມທະວີລັດທິຫຼາຍຝ່າຍ, ເຄົາລົບກົດໝາຍສາກົນເພື່ອສັນຕິພາບ, ການຮ່ວມມື ແລະ ພັດທະນາ”. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ແບ່ງປັນບົດຮຽນຂອງ ຫວຽດນາມ ໃນການປະຕິບັດບັນດາເປົ້າໝາຍສະຫັດສະວັດ (MDGs), ຢັ້ງຢືນ ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານ 2030 ຢ່າງເຂັ້ມງວດ, ພ້ອມທັງຮຽກຮ້ອງບັນດາປະເທດພັດທະນາປະຕິບັດບົດບາດປະຈັນບານໜູນຊ່ວຍບັນດາປະເທດພວມພັດທະນາ.