ຫວຽດນາມ,ອີຕາລີຍູ້ແຮງການຮ່ວມມືດ້ານກົດໝາຍແລະຍຸຕິທຳ
ຫວຽດນາມ, ອີຕາລີຍູ້ແຮງການຮ່ວມມືດ້ານກົດໝາຍແລະຍຸຕິທຳ
(ພາບ: moj.gov.vn)
(vovworld) - ກະຊວງຍຸຕິທຳຫວຽດນາມ ແລະ ກະຊວງຍຸຕິທຳອີຕາລີ ຈະລົງນາມໃນບົດບັນທຶກຮ່ວມມືໃນໄລຍະຈະມາເຖິງ. ນີ້ແມ່ນເນື້ອໃນເຊິ່ງທ່ານລັດຖະມົນຕີວ່າການກະຊວງຍຸຕິທຳ ຮ່່າຮຸ່ງເກື່ອງ ແລະ ທ່ານລັດຖະມົນຕີວ່າການກະຊວງຍຸຕິທຳອີຕາລີ Andrea Orlando ເຫັນດີທີ່ການເຈລະຈາໃນວັນທີ 09/07, ຢູ່ນະຄອນຫຼວງ Rome, ເນື່ອງໃນໂອກາດການຢ້ຽມຢາມ ແລະ ເຮັດວຽກຢູ່ອີຕາລີ ຂອງຄະນະຜູ້ແທນລະຫວ່າງຂະແໜງຍຸຕິທຳຫວຽດນາມ. ທີ່ການເຈລະຈາ. ລັດຖະມົນຕີ 2 ທ່ານໄດ້ເຫັນດີກ່ຽວກັບຄວາມຈຳເປັນ ແລະ ເນື້ອໃນພື້ນຖານຂອງບົດບັນທຶກຮ່ວມມືລະຫວ່າງ 2 ກະຊວງ ແລະ ຈະລົງນາມເອກະສານດັ່ງກ່າວຢ່າງເປັນທາງການໂດຍໄວ. ທ່ານລັດຖະມົນຕີ ຮ່າຮຸ່ງເກື່ອງ ສະເໜີໃຫ້ 2 ກະຊວງ ດຳເນີນການເຈລະຈາສັນຍາໜູນຊ່ວຍດ້ານຍຸຕິທຳກ່ຽວກັບພົນລະເຮືອນໂດຍໄວ, ເພື່ອແນໃສ່ປະກອບສ່ວນປົກປ້ອງພົນລະເມືອງ, ນັກລົງທຶນຂອງແຕ່ລະປະເທດ, ພ້ອມທັງຜັນຂະຫຍາຍພັນທະເປັນສະມາຊິກຂອງກອງປະຊຸມ La Hay ກ່ຽວກັບຍຸຕິທຳສາກົນ ເຊິ່ງທັງ 2 ປະເທດລ້ວນແຕ່ແມ່ນສະມາຊິກຢ່າງມີປະສິດທິຜົນ. ທ່ານລັດຖະມົນຕີ Andrea Orlando ໄດ້ເຫັນດີກັບຂໍ້ສະເໜີນີ້ ແລະ 2 ຝ່າຍໄດ້ເປັນເອກະພາບມອບໃຫ້ບັດດາຫົວໜ່ວຍທີ່ກ່ຽວຂ້ອງຂອງແຕ່ລະປະເທດດຳເນີນການເຈລະຈາຮ່າງສັນຍານີ້ໂດຍໄວ. ພາຍຫຼັງການເຈລະຈາ, 2 ຝ່າຍໄດ້ດຳເນີນການໂອ້ລົມສົນທະນາໂຕະມົນກ່ຽວກັບບັນຫາວິຊາສະເພາະ ດ້ວຍການເຂົ້າຮ່ວມຂອງຫົວໜ້າກົມກະຊວງຍຸຕິທຳອີຕາລີ 4 ທ່ານ.