ຫວຽດນາມອວຍພອນ60ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮູ່ງ ອວຍພອນ
ທ່ານ ກິແກ້ວ ໄຂຄຳພິທູນ, ກຳມະການສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກປະຊາຊົນປະຕິວັດລາວ |
(vovworld) – ໂດຍສືບຕໍ່ບັນດາການເຄື່ອນໄຫວເນື່ອງໃນໂອກາດສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດ ລາວ (22/3/1955 – 22/3/2015), ຕອນເຊົ້າວັນທີ 20/3, ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນແມ້ງຮູ່ງ ໄດ້ໄປອວຍພອນຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ທ່ານເອກອັກຄະລັດຖະທູດ ໄດ້ມອບສານອວຍພອນ ແລະ ຊໍ່ດອກໄມ້ ຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູ໋ຈ້ອງ ເຖິງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະຊາຊົນປະຕິວັດລາວ, ປະທານປະເທດ ລາວ ຈູມມາລີ ໄຊຍະສອນ ແລະ ທ່ານ ທອງສະຫວັນ ພົມວິຫານ, ຮອງຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ. ທ່ານເອກອັກຄະລັດຖະທູດ ຫງວຽນແມ້ງຮູ່ງ, ອວຍພອນບັນດາໄຊຊະນະເຊິ່ງພັກປະຊາຊົນປະຕິວັດ ລາວ ຍາດໄດ້ໃນຕະຫຼອດ 60 ປີຜ່ານມາ ກໍ່ຄືບັນດາຜົນງານໃນພາລະກິດແຫ່ງການປ່ຽນໃໝ່ຂອງປະເທດຊາດໃນປະຈຸບັນ, ຫວັງວ່າ 2 ປະເທດມີບັນດາບາດກ້າວພັດທະນາໃໝ່ໃນໄລຍະຈະມາເຖິງ.
ກໍ່ໃນຕອນເຊົ້າວັນທີ 20/3, ທີ່ຫໍພິພິດທະພັນ ໄກສອນ ພົມວິຫານ ຢູ່ນະຄອນຫຼວງ ວຽງຈັນ, ໄດ້ດຳເນີນງານວາງສະແດງຮູບຖ່າຍສະເຫຼີມສະຫຼອງ 60 ປີແຫ່ງສ້າງຕັ້ງວັນພັກປະຊາຊົນປະຕິວັດ ລາວ (22/3/ 1955 – 22/3/2015). ງານວາງສະແດງແນະນຳກ່ວາ 310 ວັດຖຸພັນ, ຮູບຖ່າຍ, ເອກະສານທີ່ມີຄ່າສ່ອງແສງວິວັດການສ້າງຕັ້ງ, ເຕີບໃຫຍ່ ແລະ ພັດທະນາຂອງພັກປະຊາຊົນປະຕິວັດ ລາວ ຜ່ານໄລຍະຕ່າງໆ. ບັນດາຜົນງານພົ້ນເດັ່ນຂອງພັກໃນຊຸມປີປ່ຽນໃໝ່ໃນບັນດາຂົງເຂດເສດຖະກິດ, ວັດທະນະທຳ, ສັງຄົມ.
ກະຊວງການຕ່າງປະເທດຫວຽດນາມອວຍພອນ60ປີແຫ່ງວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ
ແລະກໍໃນວັນດຽວກັນ, ຄະນະຜູ້ແທນກະຊວງການຕ່າງປະເທດຫວຽດນາມ ໂດຍທ່ານ ດັ້ງມີງຄອຍ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ນຳຫນ້າ ໄດ້ມາອວຍພອນສະຖານທູດ ລາວ ຢູ່ ຮ່າໂນ້ຍ. ທີ່ການພົບປະ, ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ດັ້ງມີຄອຍ ຢືນຢັນ: ພັກ, ລັດ, ປະຊາຊົນ ຫວຽດນາມ ເວົ້າລວມ ແລະ ກະຊວງການຕ່າງປະເທດຫວຽດນາມເວົ້າສະເພາະ ຍາມໃດກໍຖືເປັນສຳຄັນ ແລະ ສະຫງວນບຸລິມະສິດສູງສຸດເຂົ້າໃນການປັບປຸງ, ເພີ່ມພູນຄູນສ້າງໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງປະເທດຫວຽດນາມ ແລະລາວ ນັບມື້ນັບແຫນ້ນແຟ້ນ. ທ່ານ ລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດ ເນັ້ນຫນັກວ່າ: ກະຊວງການຕ່າງປະເທດຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແຫນ້ນແຟ້ນກັບກະຊວງການຕ່າງປະເທດ ລາວ ແລະ ສະຖານທູດ ລາວປະຈຳ ຫວຽດນາມ ໃນການປະສານສົມທົບກັບບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນສອງປະເທດ ຍູ້ແຮງການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນຳຂັ້ນສູງ ແລະ ບັນດາສັນຍາຮ່ວມມືລະຫວ່າງສອງປະເທດ.