ຫວຽດນາມຮຽກຮ້ອງຮັບປະກັນຄວາມປອດໄພໃຫ້ຊາວປະມົງຫາປາຢູ່ທະເລ

ຫວຽດນາມຮຽກຮ້ອງຮັບປະກັນຄວາມປອດໄພໃຫ້ຊາວປະມົງຫາປາຢູ່ທະເລ - ảnh 1
ກຳ​ລັງ​ປ້ອງ​ກັນ​ທະ​ເລ​ພວມ​ກູ້​ໄພ​ກູ້ຊີບ​ຊາວ​ປະ​ມົງ

(vovworld)- ​ ​ຕອນ​ເຊົ້າ​ວັນ​ທີ 4/4 ຢູ່ ນະ​ຄອນ ຍາ​ຈາງ, ກົມ​ໃຫຍ່​ສິນ​ໃນ​ນ້ຳ ຫວຽດ​ນາມ ໄດ້​ໄຂ​ກອງ​ປະ​ຊຸມ​ສະ​ພາ​ຜູ້​ອຳ​ນວຍ​ການ​ສູນ​ພັດ​ທະ​ນາ​ອາ​ຊີບ​ຫາ​ປາ​ ພາກ​ພື້ນ ອາ​ຊ​ີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ຄັ້ງ​ທີ 48. ນຳ​ທີ່ນີ້ ຫວຽດ​ນາມ ໄດ້​ຮຽກ​ຮ້ອງ​ບັນ​ດາ​ອົງ​ການ​ອາ​ຊີບ​ຫາ​ປາ​ໃນ​ພາກ​ພື້ນ ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ພ້ອມ​ກັນ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ຊາວ​ປະ​ມົງ​ຫາ​ປາ​ຢູ່​ທະ​ເລ​ ຖືກ​ຕ້ອງ​ກັບ​ການ​ກຳ​ນົດ​ຂອງ​ກົດ​ໝາຍ​ທະ​ເລ. ທ່ານ ຫວູ​ວັນ​ຕາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ​ຫວຽດ​ນາມ ໃຫ້​ຮູ້​ວ່າ: ໃນ​ຊຸມ​ປີມໍ່ໆ​ມານີ້ ຊາວ​ປະ​ມົງ ຫວຽດ​ນາມ ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ, ພິ​ເສດ​ແມ່ນ​ບັນ​ຫາ​ຄວາມ​ປອດ​ໄພ​ເມື່ອ​ຫາ​ປາ​ຢູ່​ທະ​ເລ. ການ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ກຳ​ປັ່ນ ແລະ ຊີ​ວິດ​ອີນ​ຊີ​ຂອງ​ຊາວ​ປະ​ມົງ​ແມ່ນ​ບັນ​ຫາ​ຮີບ​ດ່​ວນ. ທ່ານ ຫວູ​ວັນ​ຕາມ, ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ​ການ​ກະ​ຊວງ​ກະ​ສິ​ກຳ ແລະ ພັດ​ທະ​ນາ​ຊົນ​ນະ​ບົດ ຫວຽດ​ນາມ ໃຫ້​ຮູ້​ວ່າ:

        “ຫວຽດ​ນາມ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ພາຍ​ໃນ​ພາກ​ພື້ນ ເພື່ອ​ສ້າງ​ກົນ​ໄກ​ເຈ​ລະ​ຈາ ແນ​ໃສ່​ແລກ​ປ່ຽນ​ຂໍ້​ມູນ​ຂ່າວ​ສານ ແລະ ແກ້​ໄຂ​ບັນ​ດາ​ກໍ​ລະ​ນີ​ກ່ຽວ​ຂ້ອງ​ເຖິງ​ເຂດ​ທີ່​ຊາວ​ປະ​ມົງ​ຫາ​ປາ ແລະ ບັນ​ດາ​ບັນ​ຫາ​ອື່​ນ​ຄື: ການ​ກູ້​ໄພ​ກູ້​ຊີບ, ກຳ​ປັ່ນ​ເຄື່ອນ​ໄຫວ​ຢູ່​ເຂດ​ທະ​ເລ​ຂອງ​ກັນ, ຮັບ​ປະ​ກັນ​ໃຫ້​ຊາວ​ປະ​ມົງ​ເຄື່ອນ​ໄຫວ​ຫາ​ປາ​ຢູ່​ທະ​ເລ ພິ​ເສດ​ສ້າງ​ໂທ​ລະ​ສັບ​ສາຍ​ດ່ວນ.”

ຕອບກັບ

ຂ່າວ/ບົດ​ອື່ນ