ຫວຽດນາມເຂົ້າຮ່ວມກອງປະຊຸມຜູ້ບັນຊາກຳລັງປ້ອງກັນຊາດອາຊຽນ
ທ່ານພົນໂທ ໂດບ໋າຕີ້
(ພາບ: TTXVN)
|
(vovworld) – ໃນລະຫວ່າງວັນທີ 9-11/2, ທີ່ນະຄອນ ກົວລາລຳເປີ, ມາເລເຊຍ, ເຊິ່ງປະເທດຮັກສາຕຳແໜ່ງເປັນປະທານສະຫະສະມາຄົມບັນດາປະເທດອາຊີຕາເວັນອອກສຽງໃຕ້ (ອາຊຽນ) ປີ 2015 ໄດ້ດຳເນີນກອງປະຊຸມບໍ່ເປັນທາງການຜູ້ບັນຊາກຳລັງປ້ອງກັນຊາດບັນດາປະເທດສະມາຊິກ ອາຊຽນ ຄັ້ງທີ 12 (ACDFIM-12). ຄະນະຜູ້ແທນທະຫານຂັ້ນສູງກອງທັບປະຊາຊົນຫວຽດນາມ ໂດຍທ່ານພົນໂທ ໂດບ໋າຕີ້, ເສນາທິການໃຫຍ່ ນຳໜ້າ, ເຂົ້າຮ່ວມກອງປະຊຸມ. ເຂົ້າຮ່ວມກອງປະຊຸມຄັ້ງນີ້, ຄະນະຜູ້ແທນຫວຽດນາມ ສືບຕໍ່ຢືນຢັນບົດບາດ, ທີ່ຕັ້ງສຳລັບພາກພື້ນ ແລະ ໂລກ, ປະຕິບັດການພົວພັນ ຕ່າງປະເທດຫຼາຍຮູບຫຼາຍແບບ ແລະ ຫຼາບຝ່າຍເປັນຢ່າງດີ ແລະ ແຜນນະໂຍບາຍຕັ້ງໜ້າ, ເປັນເຈົ້າການ, ມີຄວາມຮັບຜິດຊອບຂອງພັກ ແລະ ລັດໃນການເຊື່ອມໂຍງເຂົ້າກັບສາກົນ. ຄະນະຜູ້ແທນກອງທັບປະຊາຊົນຫວຽດນາມ ເຂົ້າຮ່ວມກອງປະຊຸມ ສະແດງໃຫ້ເຫັນຄວາມເອົາໃຈໃສ່ຊຸກຍູ້ການພົວພັນມິດ ຕະພາບ ລະຫວ່າງກອງທັບປະຊາຊົນຫວຽດນາມ ກັບ ກອງທັບບັນດາປະເທດສະມາຊິກ ອາຊຽນ, ເພື່ອແນໃສ່ຮັກສາສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຢູ່ພາກພຶ້ນ, ມຸ່ງໄປເຖິງປະຊາຄົມປ້ອງກັນຄວາມສະຫງົບ ອາຊຽນ. ນີ້ກໍ່ແມ່ນໂອກາດ ເພື່ອສະແດງໃຫ້ເຫັນການສະໜັບສະໜູນຂອງກອງທັບປະຊາ ຊົນຫວຽດນາມ ທີ່ຕໍ່ປະເທດເຈົ້າພາບ, ປະກອບສ່ວນຊຸກຍູ້ການພົວພັນ2 ຝ່າຍ ລະຫວ່າງ ຫວຽດນາມ ແລະ ມາເລເຊຍ ກ່ວາອີກ.