ທ່ານນາງ ຫວຽນທິກີມເງິນ, ຮອງປະທານສະພາແຫ່ງຊາດ ຫວຽດນາມ
ພາບ:internet
|
(vovworld)- ຢູ່ນະຄອນຫລວງ Quito ປະເທດ Ecuado ພວມດຳເນີນກອງປະຊຸມໄລຍະຕົ້ນປີຂອງສະມັດຊາໃຫຍ່ລັດຖະສະພາລະຫວ່າງຊາດ ໂລກຄັ້ງທີ 128(IPU-128). ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໂດຍທ່ານນາງ ຫວຽນທິກີມເງິນ, ຮອງປະທານສະພາແຫ່ງຊາດ ຫວຽດນາມນຳຫນ້າ ໄດ້ເຂົ້າຮ່ວມກອງປະຊຸມດັ່ງກ່າວ ຊື່ງດຳເນີນໄປແຕ່ວັນທີ 22 -27/3. ກອງປະຊຸມຄັ້ງນີ້ຈະປຶກສາຫາລືກ່ຽວກັບການກຳນົດທິດພັດທະນາຂອງໂລກໃນໄລຍະໃຫມ່ເມື່ອການກຳນົດເວລາສ້າງບັນດາຈຸດໝາຍພັດທະນາສະຫັດສະວັດ 2015 ພວມໃກ້ຈະໝົດແລ້ວ. ບັນດາຄະນະກຳມະການຂອງ IPU ຈະປຶກສາຫາລື ແລະ ອອກມະຕິກ່ຽວກັບບັນດາຂົງເຂດປອ້ງກັນຄວາມສະຫງົບ, ການເມືອງ, ເສດຖະກິດ, ການຄ້າ ແລະ ປະຊາທິປະໄຕ, ສິດທິມະນຸດ.
ທີ່ IPU 128 ນີ້, ທ່ານນາງຮອງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກີມເງິນ ມີບົດປາໄສສຳຄັນໃນວາລະປຶກສາຫາລື ຄົບຄະນະໄດ້ຮັບການສະຫນັບສະຫນູນ ແລະ ຕີລາຄາສູງຈາກເພື່ອນມິດສາກົນ. ໃນບົດປາໄສນັ້ນ, ຫົວຫນ້າຄະນະຜູ້ແທນ ຫວຽດນາມ ສະແດງການສະຫນັບສະຫນູນສຳລັບຄວາມມານະພະຍາຍາມ ແລະ ຄວາມຮັບຜິດຊອບຂອງ IPU ຕໍ່ຫນ້າໄລຍະທາງແຫ່ງການພັດທະນາໃຫມ່ຂອງໂລກ, ສະຫນັບສະຫນູນການປຶກສາຫາລືເພື່ອຊອກຫາຮູບແບບພັດທະນາຢ່າງເໝາະສົມ ນຳມາເຊິ່ງຊີວິດອັນດີງາມໃຫ້ແກ່ປະຊາຊົນ.