ຫວຽດນາມເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ການແລກປ່ຽນການຄ້າMercosur-ອາຊຽນ
ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວ
ຊຸກຍູ້ການແລກປ່ຽນດ້ານການຄ້າ Mercosur - ອາຊຽນ
(ພາບ: DieuHuong/vietnam+)
(vovworld) – ວັນທີ 15/04, ຫວຽດນາມ ເຂົ້າຮ່ວມການເຄື່ອນໄຫວຊຸກຍູ້ການແລກປ່ຽນດ້ານການຄ້າລະຫວ່າງກຸ່ມຕະຫລາດລວມ ອາເມລິກາໃຕ້ (Mercosur) ແລະ ສະມາຄົມປະຊາຊາດອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ) ຢູ່ແຂວງ Tucuman ພາກເໜືອ ອາກຊັງຕີນ ດ້ວຍການເຂົ້າຮ່ວມຂອງວິສາຫະກິດ ອາກຊັງຕີນ ແລະ ອູຣູກວາຍ ຫລາຍແຫ່ງ. ກ່າວຄຳເຫັນທີ່ກອງປະຊຸມສຳມະນາດ້ານການຄ້າ, ທ່ານນາງ ຫງວຽນທິແທງເວີນ ທີ່ປຶກສາດ້ານການຄ້າ ຫວຽດນາມ ປະຈຳ ອາກຊັງຕິນ, ໄດ້ຫວນຄືນບັນດາຂີດໝາຍຕົ້ນຕໍໃນວິວັດແຫ່ງການເຊື່ອມໂຍງເຈົ້າກັບພາກພື້ນ ແລະ ສາກົນ, ພິເສດ ແມ່ນບົດບາດ ແລະ ການເຂົ້າຮ່ວມຢ່າງຕັ້ງໜ້າຂອງ ຫວຽດນາມ ໃນບັນດາການເຄື່ອນໄຫວຂອງ ອາຊຽນ; ເນັ້ນໜັກເຖິງບັນດາຜົນງານໃນການພັດທະນາເສດຖະກິດ, ພິເສດແມ່ນລະດັບເຕີບໂຕປານກາງແມ່ນ 6,7% ໃນ 2 ທົດສະວັດຜ່ານມາ. ວິສາຫະກິດ ອາກຊັງຕິນ ແລະ ອູຣູກວາຍ ຫລາຍແຫ່ງ ໄດ້ເຮັດວຽກກັບຜູ້ຕາງໜ້າການຄ້າ ຫວຽດນາມ ເພື່ອຊອກຮູ້ກົດໝາຍວ່າດ້ວຍການລົງທຶນຕ່າງປະເທດ ກໍ່ຄືຄວາມສາມາດນຳເຂົ້າ ກາເຟ, ຢ່າງພາລາ, ຕີນລົດ, ລົດຖີບ ແລະ ລົດຈັກ…ໂດຍ ຫວຽດນາມ ຜະລິດ, ກໍ່ຄືສົ່ງອອກເຫຼົ້າແວງ, ຊີ້ນງົວ, ແປ້ງເຂົ້າບະເລ…ໄປຍັງຕະຫລາດ ຫວຽດນາມ.