ຫວຽດນາມເຂົ້າຮ່ວມງານບຸນເດັກນ້ອຍສາກົນ2015ຢູ່ນອກແວ
(ພາບ: vietnamplus.vn)
(vovworld)- ສະຖານທູດຫວຽດນາມ ປະຈຳ ນອກແວ ຫາກໍ່ເຂົ້າຮ່ວມງານບຸນເດັກນ້ອຍສາກົນປີ 2015 ຊື່ງດຳເນີນໄປຢູ່ນະຄອນ Hamar. ຮ້ານວາງສະແດງຂອງສະຖານທູດຫວຽດນາມ ທີ່ງານບຸນ ແມ່ນເຕັມໄປດ້ວຍສີສັນຊາດ ໄດ້ດຶງດູດແຂກເຂົ້າຊົມເປັນຈຳນວນຫລວງຫລາຍ, ພິເສດແມ່ນເດັກນ້ອຍ, ອັນໄດ້ປະກອບສ່ວນສຳຄັນໃນການແນະນຳ ແລະ ໂຄສະນາພາບພົດປະເທດຊາດ, ຊາວຫວຽດນາມ ເຖິງເພື່ອນມິດນອກແວ ແລະ ສາກົນ. ເຂົ້າຮ່ວມງານບຸນດັ່ງກ່າວ ຍັງມີສະຖານທູດ ອິນໂດເນເຊຍ, ໄທ, ອີຕາລີ, ຈໍເຈຍ..