ຫວຽດນາມເຂົ້າຮ່ວມຍູ້ແຮງການຮ່ວມມືແລະໝູນໃຊ້ເຕັກໂນໂລຊີໃນການປ້ອງກັນຕ້ານພະຍາດເບົາຫວານ

(VOVWORLD) -ໃນວັນທີ 26 – 27 ພະຈິກ ຢູ່ ສິງກະໂປ ໄດ້ດຳເນີນກອງປະຊຸມຂັ້ນລັດຖະມົນຕີ ກ່ຽວກັບການປ້ອງກັນຕ້ານພະຍາດ ເບົາຫວານ ໂດຍມີການເຂົ້າຮ່ວມຂອງຜູ້ແທນ 300 ຄົນ ຊື່ງແມ່ນລັດຖະມົນຕີກະຊວງສາທາລະນະສຸກ, ເຈົ້າຫນ້າຂັ້ນສູງຂອງລັດຖະບານ, ຜູ້ຕາງຫນ້າບັນດາສະຖາບັນຄົ້ນຄ້ວາ ແລະ ນັກວິຊາສະເພາະ ມາຈາກ 18 ປະເທດ ແລະ ເຂດແຄ້ວນ. 

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກີມຕຽນ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ຖືເປັນສຳຄັນການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານດ້ານການແພດ ແລະຍົກສູງກຳລັງຄວາມສາມາດ, ການກະທຳຂອງບຸກຄົນໃນການຄຸ້ມຄອງ, ເບິ່ງແຍງສຸຂະພາບ ດ້ວຍຫລາຍມາດຕະການ. ຫວຽດນາມ ກໍ່ໄດ້ສ້າງປະຕູຖານຂໍ້ມູນເອເລັກໂຕນິກຂອງລາຍການເພື່ອສຸຂະພາບປະຊາຊົນຫວຽດນາມ ເພື່ອໂຄສະນາການຍົກສູງຄວາມຮັບຮູ້, ພ້ອມທັງສະຫນອງຂໍ້ມູນ, ແນະນຳໃຫ້ປະຊາຊົນຮູ້ຈັກການປ້ອງກັນ, ຄົ້ນພົບພະຍາດໂດຍໄວ ແລະ  ເບິ່ງແຍງສຸຂະພາບດ້ວຍຕົນເອງ. ຫວຽດນາມ ປາດຖະຫນາຢາກຮ່ວມມືກັບບັນດາປະເທດ ເພື່ອແບ່ງປັນຂໍ້ມູນຂ່າວ, ອັດເດັດບັນດາເຕັກໂນໂລຊີໃຫມ່, ຮ່ຳຮຽນເອົາບົດຮຽນໃນການໝູນໃຊ້ເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ວິທະຍາສາດໃນການປ້ອງກັນຕ້ານພະຍາດບໍ່ຕິດແປດເວົ້າລວມ ແລະ ພະຍາດເບົາຫວານເວົ້າສະເພາະ.

ຕອບກັບ

ຂ່າວ/ບົດ​ອື່ນ