ຫວຽດນາມເປັນເຈົ້າການ,ຕັ້ງໜ້າເຂົ້າຮ່ວມການຮ່ວມມືໃນອາຊຽນກ່ຽວກັບສິ່ງແວດລ້ອມ
ການປູກປ່າກັນນ້ຳເຄັມ
|
(vovworld) - ຕອນບ່າຍວັນທີ 6/1, ທີ່ກອງປະຊຸມສຳມະນາສະຫລຸບ 20 ປີແຫ່ງວັນ ຫວຽດນາມ ເຂົ້າຮ່ວມການຮ່ວມມື ອາຊຽນ, ທ່ານ ຫງວຽນວັນຕາຍ, ຫົວໜ້າກົມໃຫຍ່ສິ່ງແວດລ້ອມ ຖືວ່າ ນີ້ແມ່ນຂົງເຂດສະແດງໃຫ້ເຫັນຢ່າງຈະແຈ້ງການເຊື່ອມໂຍງເຂົ້າກັບສາກົນທີ່ມີຄວາມຮັບຜິດຊອບຂອງ ຫວຽດນາມ. ຕາມທ່ານ ຫງວຽນວັນຕາຍ ແລ້ວ, ຫວຽດນາມ ເລີ່ມເຂົ້າຮ່ວມການຮ່ວມມືກ່ຽວກັບສິ່ງແວດລ້ອມ ໃນອາຊຽນ ນັບແຕ່ປີ 1996 ແລະ ມີການເຊື່ອມໂຍງຢ່າງວ່ອງໄວ, ຕັ້ງໜ້າເຂົ້າຮ່ວມທຸກໆຂົງເຂດກ່ຽວກັບສິ່ງແວດລ້ອມ. ພາຍຫລັງ 20 ປີເຂົ້າຮ່ວມການຮ່ວມມືນັ້ນ, ຫວຽດນາມ ນັບມື້ນັບຢັ້ງຢືນໄດ້ບົດບາດ, ທີ່ຕັ້ງໃນບັນດາຂົງເຂດຮ່ວມມືເວົ້າລວມ ແລະ ຂົງເຂດສິ່ງແວດລ້ອມເວົ້າສະເພາະ.
ເພື່ອມຸ່ງໄປເຖິງບັນດາໄລຍະຮ່ວມມືຕໍ່ໄປ, ທ່ານນາງ ຫງວຽນທິແທງເຕີມ, ຮອງຫົວໜ້າຫ້ອງການອົງການບັນດາເຈົ້າໜ້າທີ່ຂັ້ນສູງ ອາຊຽນ ກ່ຽວກັບສິ່ງແວດລ້ອມ ຫວຽດນາມ ໄດ້ສະເໜີວ່າ ຕ້ອງມີກົນໄກມີໄຫວພິບເພື່ອສາມາດປຸກລະດົມກຳລັງພາຍໃນຂອງປະເທດຢ່າງສູງສຸດເພື່ອເປັນເຈົ້າການເຂົ້າຮ່ວມຢ່າງມີປະສິດທິຜົນເຂົ້າບັນດາການເຄື່ອນໄຫວໃນຂອບເຂດຮ່ວມມື ອາຊຽນ ກ່ຽວກັບສິ່ງແວດລ້ອມ.