ຫວຽດນາມເປັນເຈົ້າການ ປະຕິບັດຄຳໝັ້ນສັນຍາ ກ່ຽວກັບການເຕີບ ໂຕຂຽວ
(ພາບ: TTXVN)
(vovworld)- ໃນພິທີປະກາດແຜນການດຳເນີນງານແຫ່ງຊາດກ່ຽວກັບການເຕີບໂຕຂຽວເມື່ອວັນທີ 18/4, ຢູ່ຮ່າໂນ້ຍ, ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນເທເຟືອງ ໃຫ້ຮູ້ວ່າ: ການເຕີບໂຕຂຽວແມ່ນຈຸດໝາຍສຳຄັນໃນພາລະກິດຫັນປະເທດຊາດເປັນປະເທດອຸດສາຫະກຳ ແລະ ທັນສະໄໝກໍ່ຄືໃນການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ.
ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນຫວຽດນາມ ຫງວຽນເທເຟືອງ ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ຮັບຮູ້ບັນດາການຮ່ວມມື, ປະກອບສ່ວນຂອງຄູ່ຮ່ວມມືສາກົນຄື: WWB, USAID, ລາຊະອານາຈັກແບນຊິກ, ສ.ເກົາຫຼີ….ກ່ຽວກັບແຫຼ່ງກຳລັງ, ການໜູນຊ່ວຍດ້ານເຕັກນິກກໍ່ຄືບົດຮຽນໃນວິວັດການທາບທາມຄຳເຫັນ, ເນື້ອໃນ ແລະ ຮັບຮອງຍຸດທະສາດ ແລະ ແຜຍການເຕີບໂຕຂຽວ. ລັດຖະບານຫວຽດນາມ ກຽມພ້ອມ, ເປັນເຈົ້າການປະຕິບັດບັນດາຄຳໝັ້ນສັນຍາຂອງສາກົນກ່ຽວກັບການປ້ອງກັນ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ການເຕີບໂຕຂຽວ…..