ຫວຽດນາມເພີ່ມທະວີ ການພົວພັນກັບບັນດາ ປະເທດເຂດ Caribe

 ຫວຽດນາມເພີ່ມທະວີ ການພົວພັນກັບບັນດາ ປະເທດເຂດ Caribe - ảnh 1

 (ພາບ: TTXVN )

(vovworld)-​​​​ ​ ​ ວັນທີ 1/11, ທີ່​ສຳນັກງານ​ຄະນະ​ຜູ້ຕາງໜ້າ​ຫວຽດນາມ ປະຈຳ ສປຊ ທີ່​ນິວຢອກ ປະ​ເທດ​ອາ​ເມ​ລິ​ກາ​, ຜູ້ຕາງໜ້າ​ຫວຽດນາມ ​ແລະ ຜູ້ຕາງໜ້າ​ສະຫະລັດ Saint Kitts and Nevis ພ້ອມ​ກັບ​ຜູ້ຕາງໜ້າ​ປະຊາ​ຄົມ​ວັດ​ຖະນາ​ຖາວອນ Dominica ​ໄດ້​ລົງ​ນາມ​ໃນ​ແຈ້ງ​ການ​ຮ່ວມ​ກ່ຽວ​ກັບ​ການ​ສ້າງຕັ້ງການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ສສ ຫວຽດນາມ ​ແລະ ສະຫະລັດ Saint Kitts and Nevis ​ແລະ ປະຊາ​ຄົມ​ວັດ​ຖະນາ​ຖາວອນ Dominica.

  ການ​ສ້າງຕັ້ງສາຍ​ພົວພັນ​ທາງ​ການ​ທູດ​ຂັ້ນ​ເອກ​ອັກ​ຄະລັດຖະທູດ​ກັບ ສະຫະລັດ Saint Kitts and Nevis ​ແລະ ປະຊາ​ຄົມ​ວັດ​ຖະນາ​ຖາວອນ Dominica ​ໄດ້​ສະ​ແດງ​ໃຫ້​ເຫັນນະ​ໂຍບາຍ​ການ​ຕ່າງປະ​ເທດ​ເປີດ​ກ້ວາງ, ຫັນ​ເປັນ​ຫຼາຍ​ຮູບ​ຫຼາຍ​ແບບ, ຫຼາຍ​ຝ່າຍ​ຂອງ​ຫວຽດນາມ ​ຢ່າງ​ຈະ​ແຈ້ງ. ສິ່ງ​ດັ່ງກ່າວ​ຍັງ​ໃຫ້​ຮູ້​ວ່າ: ຫວຽດນາມ ຖືເປັນ​ສຳຄັນການ​ພັດທະນາ​ການ​ພົວພັນ​ກັບ ສະຫະລັດ Saint Kitts and Nevis ​ແລະ ປະຊາ​ຄົມ​ວັດ​ຖະນາ​ຖາວອນ Dominica ​ເວົ້າສະ​ເພາະ ​ ​ແລະ​ບັນດາ​ປະ​ເທດ​ພາກ​ພື້ນ​ອາ​ເມ​ລິ​ກາ​ລາ​ຕິນ​ເວົ້າລວມ.

 

ຂ່າວ/ບົດ​ອື່ນ