ຫວຽດນາມແມ່ນຄູ່ຮ່ວມມືທີ່ໜ້າໄວ້ວາງໃຈຂອງປະຊາຄົມບັນດາປະເທດອາຊີ-ອາຟະລິກາ
ທ່ານປະທານາທິບໍດີ ອິນໂດເນເຊຍ ແລະ ທ່ານປະທານປະເທດ
ເຈືອງເຕິ໋ນຊາງ ພົບປະທີ່ກອງປະຊຸມຂັ້ນສູງ ອາຊີ - ອາຟະລິກາ
(ພາບປະກອບ)
|
(vovworld) - ຕອບສຳພາດຕໍ່ສື່ມວນຊົນກ່ຽວກັບໝາກຜົນການເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊີ - ອາຟະລິກາ ແລະ ພິທີສະເຫຼີມສະຫຼອງ 60 ປີແຫ່ງກອງປະຊຸມບັງດູງ 1955 ຂອງທ່ານປະທານປະເທດ ເຈືອງເຕິ໋ນຊາງ. ທ່ານລັດຖະມົນຕີຊ່ວຍວ່າການກະຊວງການຕ່າງປະເທດຫວຽດນາມ ຮ່າກິມງອກ ຢືນຢັນວ່າ: ຫວຽດນາມແມ່ນຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງ ປະຊາຄົມບັນດາປະເທດອາຊີ - ອາຟະລິກາ. ບັນດາບົດຄຳເຫັນຂອງການນຳຫວຽດນາມຢູ່ເຫດການຕ່າງໆ ໄດ້ຊ່ວຍໃຫ້ເພື່ອນມິດເຂົ້າໃຈກວ່າກ່ຽວກັບຄວາມມານະພະຍາຍາມຂອງຫວຽດນາມ ທີ່ໄດ້ພ້ອມກັບບັນດາປະເທດອາຊຽນກໍ່ສ້າງພາກພື້ນອາຊີຕາເວັນອອກສ່ຽງໃຕ້ແຫ່ງສັນຕິພາບ, ສະຖຽນລະພາບ ແລະ ວັດທະນາຖາວອນ. ຫວຽດນາມກໍ່ໄດ້ແບ່ງປັນບັນດາຂໍ້ລິເລີ່ມ, ບົດຮຽນໃນການຊຸກຍູ້ການຮ່ວມສຳພັນ, ການຮ່ວມມືພັດທະນາກັບບັນດາປະເທດອາຟະລິກາ, ການຮ່ວມມືໃຕ້ - ໃຕ້. ສານເຊິ່ງທ່ານປະທານປະເທດ ເຈືອງເຕິ໋ນຊາງຍົກອອກທີ່ກອງປະຊຸມກ່ຽວກັບ “ເພີ່ມທະວີການເຊື່ອມຕໍ່ອາຊີ - ອາຟະລິກາ ເພື່ອສັນຕິພາບ, ຄວາມວັດທະນາຖາວອນຂອງໂລກ, ບົນພື້ນຖານກົດໝາຍສາກົນ“ ໄດ້ຮັບຄວາມຊົມເຊີຍ ແລະ ເຫັນດີເຫັນພ້ອມຢ່າງສູງຈາກບັນດາປະເທດ ອາຊີ - ອາຟະລິກາ. ຫວຽດນາມ ກໍ່ໄດ້ປະກອບສ່ວນເຂົ້າໃນການສ້າງບັນດາເອກະສານຂອງກອງປະຊຸມ, ທັງສ່ອງແສງເຖິງຄວາມເອົາໃຈໃສ່ລວມຂອງບັນດາປະເທດ ອາຊີ - ອາຟະລິກາ, ທັງນຳເຂົ້າບັນດາເນື້ອໃນສຳຄັນຂອງຫວຽດນາມທີ່ກ່ຽວຂ້ອງເຖິງທະເລຕາເວັນອອກ, ຄວາມໝັ້ນຄົງແຫຼ່ງນ້ຳ…