ຫວຽດ​ນາມແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດCovid – 19 ຢູ່ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້

(VOVWORLD) -ສື່ມວນຊົນສາກົນໄດ້ຕີລາຄາສູງການຄວບຄຸມຢ່າງມີປະສິດທິຜົນ ຂອງ ຫວຽດນາມ.
ຫວຽດ​ນາມແມ່ນ​ໜຶ່ງ​ໃນ​ບັນ​ດາ​ປະ​ເທດ​ປະ​ສົບ​ຜົນ​ສຳ​ເລັດ​ທີ່​ສຸດ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດCovid – 19 ຢູ່ອາ​ຊີ​ຕາ​ເວັນ​ອອກ​ສ່​ຽງ​ໃຕ້ - ảnh 1

ຫວຽດນາມເອົາໃຈໃສ່ເປັນພິເສດເຖິງວຽກງານໂຄສະນາເຜີຍແຜ່ການປ້ອງກັນ, ສະກັດກັ້ນໂລກລະບາດ Covid - 19 ໃຫ້ແກ່ປະຊາຊົນ ແລະ ແຂກທ່ອງທ່ຽວຕ່າງປະເທດ (ພາບ: TTXVN)

ວັນທີ 17 ມີນາ, ເວັບໄຊ Scoopwhoop.com ຂອງອິນເດຍ ໄດ້ລົງບົດວິເຄາະ ໂດຍໃຫ້ຂໍ້ສັງເກດວ່າ ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທີ່ປະສົບຜົນສຳເລັດທີ່ສຸດ ໃນການປ້ອງກັນ, ສະກັດກັ້ນໂລກລະບາດCovid – 19 ຢູ່ອາຊີຕາເວັນອອກສ່ຽງໃຕ້. ຕາມບົດຂຽນ, ຫວຽດນາມ ແມ່ນປະເທດທີ່ສະແດງໃຫ້ເຫັນກຳລັງຄວາມສາມາດ ໃນການຮັບມື ແລະ ຄວບຄຸມໂລກລະບາດCovid – 19 ຢ່າງມີປະສິດທິຜົນ ແລະ ແມ່ນໜຶ່ງໃນບັນດາປະເທດທີ່ໄດ້ຮັບການຕີລາຄາສູງສຸດ ໃນບັ້ນປ້ອງກັນ, ສະກັດກັ້ນ ໂລກລະບາດCovid -19. ບົດຂຽນ ກໍ່ເຕື້ອງເຖິງບາງມາດຕະການທີ່ຫວຽດນາມນຳໃຊ້ ເພື່ອສະກັດກັ້ນການແຜ່ລະບາດ ຂອງ ໂລກລະບາດ.

ແລະກໍ່ໃນວັນດຽວກັນ, ເວັບໄຊ The Diplomat ກໍ່ໄດ້ລົງບົດຂຽນ ໂດຍເຕື້ອງເຖິງບັນດາຄວາມມານະພະຍາຍາມ ຂອງລັດຖະບານ ຫວຽດນາມ ໃນການສະກັດກັ້ນການແຜ່ລະບາດຂອງໂລກລະບາດ Covid – 19. ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ໃນບັ້ນປ້ອງກັນ, ສະກັດກັ້ນໂລກລະບາດ ຍາມໃດລັດຖະບານຫວຽດນາມກໍ່ເອົາໃຈໃສ່, ຖືຊີວິດອິນຊີ, ສຸຂະພາບ ແລະ ຊີວິດການເປັນຢູ່ ຂອງ ປະຊາຊົນເປັນສິ່ງສຳຄັນຕົ້ນຕໍ

ຕອບກັບ

ຂ່າວ/ບົດ​ອື່ນ