ຫວຽດນາມແລະຍີ່ປຸ່ນສວມບົດບາດໃຈກາງໃນອາຊຽນ

ຫວຽດນາມແລະຍີ່ປຸ່ນສວມບົດບາດໃຈກາງໃນອາຊຽນ - ảnh 1
ທ່ານ Yukio Hatoyama ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ
photo:internet



(vovworld)- ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ຂ່າວສານ​ຫວຽດນາມ​ເນື່ອງ​ໃນ​ໂອກາດ​ກອງ​ປະຊຸມ​ສຸດ​ຍອດ ຍີ່ປຸ່ນ -ອາ​ຊຽນ ​ແລະ ການ​ຢ້ຽມຢາມ ຍີ່​ປຸ່ນ ​ໄລຍະຈະ​ມາ​ເຖິງ​ຂອງທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢູງ, ທ່ານ Yukio Hatoyama ອະດີດ​ນາຍົກລັດຖະມົນຕີ ຍີ່​ປຸ່ນ ​ໄດ້​ຢືນຢັນ: ການ​ພົວພັນ​ລະຫວ່າງ​ຫວຽດນາມ ​ແລະ ຍີ່​ປຸ່ນ ບໍ່​ພຽງ​ແຕ່​ແມ່ນ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ເທົ່າ​ນັ້ນ ຫາກ​ສອງ​ປະ​ເທດ​ເພື່ອນ​ມີດຍັງ​ມີ​ການ​ສະຫນິດ​ຕິດ​ພັນ​ຢ່າງ​ແຫນ້ນ​ແຟ້ນອີກ​ດ້ວຍ. ທ່ານ Hatoyama ຕີ​ລາຄາ​ສູງ​ການ​ສ້າງສາ​ຍພົວພັນ​ທີ່​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງກັນ ​ແລະ​ກັນ ລະຫວ່າງ​ການ​ນຳ​ສອງ​ປະ​ເທດ ກໍ​ຄື​ບັນດາ​ອາລົມ​ຈິດ​ລະຫວ່າງ​ປະຊາຊົນ​ສອງ​ປະ​ເທດ. ກ່ຽວ​ກັບກາ​ນພົວພັນ​ລະຫວ່າງ ຍີ່​ປຸ່ນ ​ແລະ ອາ​ຊຽນ, ທ່ານ Hatoyama ຖື​ວ່າ: ສຳລັບ​ແຕ່ລະ​ປະ​ເທດ​ອາ​ຊຽນ, ຍີ່​ປຸ່ນ ຈະ​ມີ​ບັນດາ​ການ​ຫນູນ​ຊ່ວຍ ລະອຽດ​ແມ່ນ​ການ​ຊ່ວຍ​ເຫລືອ​ພັດທະນາ​ຢ່າງ​ເປັນ​ທາງ​ການ (ODA). ຍີ່​ປຸ່ນ ຈະ​ຮ່ວມ​ມື​ຢ່າງ​ແຫນ້ນ​ແຟ້ນກັບ​ບັນດາ​ປະ​ເທດ​ໃນ​ອາ​ຊຽນ ​ເພື່ອ​ສຳ​ເລັດ​ລະບົບ​ພື້ນຖານ​ໂຄງ​ລ່າງ. ​ເລ່ືອງ​ຍົກ​ສູງ​ການ​ພົວພັນ​ອັນ​ດີ​ງາມ​ລະຫວ່າງ​ຫວຽດນາມ ​ແລະ ຍີ່ປຸ່ນ ຈະ​ສ້າງ​ສະ​ພາບ​ແວດ​ລ້ອມ​ໃຫ້​ແກ່​ການ​ຮ່ວມ​ມື​ໃນ​ພາກ​ພື້ນ. ທ່ານ Hatoyama ຕີ​ລາຄາ​ວ່າ: ຫວຽດນາມ ຈະ​ສວມ​ບົດບາດ​ໃຈກາງ​ໃນ​ປະຊາ​ຄົມ​ເສດຖະກິດ​ລວມ ອາ​ຊຽນ ​ໃນ​ປີ 2015.

 

ຂ່າວ/ບົດ​ອື່ນ