ຫວຽດນາມແລະຝລັ່ງເພີ່ມທະວີການພົວພັນປ້ອງກັນຊາດ
ທ່ານ Jean-Yves Le Drian ແລະ ພົນເອກ ຟຸ່ງກວາງແທງ (ຊ້າຍ)
(ພາບ: TTXVN)
|
(vovworld) – ວັນທີ 19/6, ຢູ່ສຳນັກງານກະຊວງປ້ອງກັນປະເທດຝລັ່ງ, ທ່ານ Jean-Yves Le Drian ລັດຖະມົນຕີວ່າການກະຊວງປ້ອງກັນປະເທດຝລັ່ງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຟຸ່ງກວາງແທງ, ລັດຖະມົນຕີວ່າການກະຊວງປ້ອງກັນປະເທດ ຫວຽດນາມ, ໃນໂອກາດທີ່ຄະນະປະຕິບັດງານຂອງກະຊວງປ້ອງກັນປະເທດຫວຽດນາມ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ເອີລົບ. ທ່ານລັດຖະມົນຕີ Jean-Yves Le Drian ຢັ້ງຢືນວ່າ ຫວຽດນາມນັບມື້ນັບມີທີ່ຕັ້ງສຳຄັນໃນເວທີສາກົນ, ມີບົດບາດສຳຄັນພິເສດໃນວິວັດແຫ່ງການສ້າງຕັ້ງປະຊາຄົມອາຊຽນ, ທ່ານລັດຖະມົນຕີ Jean-Yves Le Drian ກໍ່ເນັ້ນໜັກເຖິງຄວາມປາຖະໜາຢາກຊຸກຍູ້ການຮ່ວມມືຫຼາຍດ້ານກັບຫວຽດນາມ, ພິເສດແມ່ນການຮ່ວມມືໃນຂົງເຂດປ້ອງກັນຊາດ. ສ່ວນທ່ານລັດຖະມົນຕີ ຟຸ່ງກວາງແທງ ກໍ່ຢືນຢັນເຖິງແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງຫວຽດນາມແມ່ນ, ຖືເປັນສຳຄັນການພົວພັນກັບຝລັ່ງ ແລະ ຖືວ່າການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໄດ້ຮັບການສ້າງຕັ້ງ ແມ່ນພື້ນຖານນຳມາເຊິ່ງກາລະໂອກາດ ແລະ ແງ່ຫວັງໃຫ້ແກ່ການຮ່ວມມືຫຼາຍຮູບຫຼາຍແບບ, ໃນນັ້ນມີການປ້ອງກັນຊາດ, ຮຽກຮ້ອງໃຫ້ມີຄວາມມານະພະຍາຍາມອັນໃຫຍ່ຫຼວງຂອງສອງຝ່າຍ, ເພື່ອສ້າງຜົນງານແທດຈິງຮັບໃຊ້ຜົນປະໂຫຍດຂອງທັງສອງປະເທດ.