ຫວຽດນາມແລະຟຣັ່ງເພີ່ມທະວີການຮ່ວມດ້ານກົດໝາຍແລະຕຸລາການ

ຫວຽດນາມແລະຟຣັ່ງເພີ່ມທະວີການຮ່ວມດ້ານກົດໝາຍແລະຕຸລາການ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮູ່ງ​ເກື່ອງ ແລະ ປະທານສະພາທະບຽນ​ສານ​ສູງ​ສຸດ ຝຣັ່ງ  ທ່ານ Jean Tarrade
(ພາບ: Bích Hà/Vietnam+)


(vovworld) - ຄະນະ​ພະນັກງານ​ຍຸຕິ​ທຳລະຫວ່າງ​ຂະ​ແໜງ​ຂອງ ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຮ່າ​ຮູ່ງ​ເກື່ອງ ນຳ​ໜ້າ, ພ້ອມ​ກັບ​ບັນດາ​ພະນັກງານ​ຂອງ​ກຳມາ​ທິການ​ຍຸຕິ​ທຳ​ຂອງ ສະພາ​ແຫ່ງ​ຊາດ, ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ, ຫ້ອງ​ວ່າການ​ສະພາ​ແຫ່ງ​ຊາດ ​ແລະ ກະຊວງ​ຍຸຕິ​ທຳ ​ຢ້ຽມຢາມ ​ແລ​ະ ​ເຮັດ​ວຽກ​ຢູ່ ຝຣັ່ງ​ແຕ່​ວັນ​ທີ 22 – 25/2.

        ວັນ​ທີ 24/2, ຄະນະ​ມີ​ການ​ເຮັດ​ວຽກ​ກັບ​ສະພາທະບຽນ​ສານ​ສູງ​ສຸດ ຝຣັ່ງ ​ແລະ ກຳມາ​ທິການ​ກົດໝາຍ​ຂອງ ສະພາ​ສູງ​ປະ​ເທດ​ນີ້. ຕອນ​ບ່າ​ຍວັນ​ດຽວ​ກັນ, ທ່ານ​ລັດຖະມົນຕີ ຮ່າ​ຮູ່ງ​ເກື່ອງ ​ແລະ ປະທານສະພາທະບຽນ​ສານ​ສູງ​ສຸດ ຝຣັ່ງ  ທ່ານ Jean Tarrade ​ໄດ້​ລົງ​ນາມ ​ບົດ​ບັນທຶກ​ຊ່ວຍ​ຈຳ​ການ​ຮ່ວມ​ມື​ປີ 2014 ສະບັບ​ເພີ່​ມ​ເຕີມລະຫວ່າງ​ກະຊວງ​ຍຸຕິ​ທຳ ຫວຽດນາມ ​ແລະ ສະພາທະບຽນ​ສານ​ສູງ​ສຸດ ຝຣັ່ງ.

        ​ໃນ​ວັນ​ທີ 25/2, ທ່ານ​ລັດຖະມົນຕີ ຮ່າ​ຮູ່ງ​ເກື່ອງ ມີ​ການ​ເຮັດ​ວຽກ​ກັບ​ກຳມາ​ທິການ​ກົດໝາຍ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ສະພາ​ແຫ່ງ​ລັດ ຝຣັ່ງ, ​ເຊັນ​ເອກະສານ​ຮ່ວມ​ມື​ລະຫວ່າງ ກະຊວງ​ຍຸ​ຕິ​ທຳ ​ແລະ ສະພາ​ແຫ່ງ​ລັດ. ນອກຈາກ​ນັ້ນ​ແລ້ວ, ທ່ານ​ລັດຖະມົນຕີ ຮ່າ​ຮູ່ງ​ເກື່ອງ ​ຍັງມີ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່​ງ, ລັດຖະມົນຕີ​ກະຊວງ​ຍຸຕິ​ທຳ ຝຣັ່ງ, ທ່ານ​ນາງ Christiane Taubira ​ແລະ ​ເຮັດ​ວຽກ​ກັບ​ສານ​ດຳ​ເນີນ​ຄະດີ ປາຣີ.​

 

ຂ່າວ/ບົດ​ອື່ນ