(vovworld)- ຕອນເຊົ້າວັນທີ 2/10 ຢູ່ທຳນຽບປະທານາທິບໍດີທີ່ນະຄອນຫລວງ ເຊີອູນ, ທ່ານນາງ Park Geun Hye ປະທານາທິບໍດີ ສເກົາຫລີ ເປັນເຈົ້າພາບພິທີຕ້ອນຮັບ ແລະ ເຈລະຈາກັບທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູຈ້ອງ ພວມຢ້ຽມຢາມທາງລັດຖະກິດເຖິງ ສເກົາຫລີ. ພາຍຫລັງພິທີຕ້ອນຮັບ, ທ່ານນາງ ປະທານາທິບໍດີ Park Geun Hye ໄດ້ເຈລະຈາກັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ນະທີ່ນີ້, ທ່ານນາງ Park Geun Hye ເນັ້ນຫນັກວ່າ:
“ນັບແຕ່ເມື່ອສອງປະເທດສ້າງຕັ້ງສາຍພົວພັນທາງການທູດໃນປີ 1992, ສເກົາຫລີ ແລະ ຫວຽດນາມ ກາຍເປັນຄູ່ຮ່ວມມືສຳຄັນໃນທຸກຂົງເຂດຄື: ການເມືອງ, ການປ້ອງກັນຄວາມສະຫງົບ, ເສດຖະກິດ, ການຄ້າ, ວັດທະນະທຳສັງຄົມ ແລະ ການພົບປະແລກປ່ຽນລະຫວ່າງການນຳຂັ້ນສູງ. ຂ້າພະເຈົ້າຕີລາຄາສູງການຮ່ວມມືໃນຂົງເຂດເສດຖະກິດລະຫວ່າງສອງປະເທດ, ເປີດກວ້າງການຮ່ວມມືຢ່າງແທດຈິງຫລາຍຢ່າງພາຍຫລັງສອງປະເທດຍົກການພົວພັນເປັນຄູ່ຮ່ວມມື, ການຮ່ວມມືຍຸດທະສາດແຕ່ປີ 2009.”
ພິທີຕ້ອນຮັບທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງຢ້ຽມຢາມ
ສເກົາຫລີ
ພາບ:vov
|
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ສະແດງຄວາມພາກພູມໃຈທີ່ໄດ້ກັບຄືນຢ້ຽມຢາມສເກົາຫລີ ແລະ ໄດ້ພົບປະກັບທ່ານນາງປະທານາທິບໍດີ Park Geun Hye ແມ່ນເພື່ອນສະຫນິດສະຫນົມຂອງຫວຽດນາມ.
“ຂ້າພະເຈົ້າຂອບອົກຂອບໃຈທ່ານນາງປະທານາທິບໍດີ, ລັດຖະບານ ແລະ ປະຊາຊົນ ສເກົາຫລີ ທີ່ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງຫວຽດນາມ ຢ່າງສະຫນິດສະຫນົມ. ຂ້າພະເຈົ້າຂໍອວຍພອນ ທ່ານນາງປະທານາທິບໍດີ Park Geun Hye ແລະ ລັດຖະບານ ກ່ຽວກັບບັນດາຜົນງານປະຕິຮູບ ແລະ ພັດທະນາສັງຄົມ, ຍົກສູງທີ່ຕັ້ງບົດບາດຂອງ ສເກົາຫລີໃນເວທີສາກົນ.”
ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາງປະທານາທິບໍດີ Park Geun Hye ເຫັນດີກ່ຽວກັບບັນດາມາດຕະການໃຫຍ່ ເພື່ອຍູ້ແຮງການພົວພັນຄູ່ຮ່ວມມື ການຮ່ວມມືຍຸດທະສາດ ຫວຽດນາມ - ສເກົາຫລີ ໃຫ້ເລິກເຊິ່ງ ຮອບດ້ານກວ່າໃນໄລຍະຈະມາເຖິງ. ສອງຝ່າຍເນັ້ນຫນັກເຖິງຄວາມສຳຄັນຂອງເລື່ອງຊຸກຍູ້ການພົວພັນດ້ານເສດຖະກິດ, ການຄ້າ ລະຫວ່າງສອງປະເທດ, ສູ້ຊົນບັນລຸຈຸດໝາຍຍົກວົງເງິນການຄ້າຮອດປີ 2020 ແມ່ນ 70 ຕື້ USD, ເຫັນດີເປັນເອກະສັນກັນຍູ້ໄວການເຈລະຈາສັນຍາການຄ້າເສລີສອງຝ່າຍ ຫວຽດນາມ - ສເກົາຫລີ (FTA) ສຳເລັດໃນທ້າຍປີ 2014. ທ່ານນາງປະທານາທິບໍດີ Park Geun Hye ໃຫ້ຄຳໝັ້ນໝາຍ: ຝ່າຍ ສເກົາຫລີ ຈະສ້າງເງື່ອນໄຂສະດວກເພື່ອໃຫ້ສິນຄ້າ ຫວຽດນາມ ສົ່ງໄປຂາຍຢູ່ ສເກົາຫລີ ແລະ ສະຫນັບສະຫນູນ ຫວຽດນາມ ເປັນເຈົ້າພາບຈັດກອງປະຊຸມສຸດຍອດ APEC 2017, ຊົມເຊີຍຫວຽດນາມເຂົ້າຮ່ວມ ແລະ ປະກອບສ່ວນໃຫ້ແກ່ຜົນສຳເລັດຂອງກອງປະຊຸມສຸດຍອດພິເສດ ສເກົາຫລີ - ອາຊຽນ ໃນທ້າຍປີ 2014.
ສິ້ນສຸດການເຈລະຈາ, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ແລະ ທ່ານນາງປະທານາທິບໍດີ Park Geun Hye ພ້ອມກັນເປັນສັກຂິພິຍານພິທີລົງນາມໃນເອກະສານຮ່ວມມືລະຫວ່າງສອງປະເທດ 4 ສະບັບ.