ຫວຽດນາມແລະອີຕາລີຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດ
|
(vovworld) – ອົງການການຄ້າສະຖານທູດ ຫວຽດນາມ ປະຈຳ ອີຕາລີ ຫາກໍ່ສົມທົບກັບສະຫະພັນວົງການເຈົ້າຂອງອຸດສາຫະກຳ (Confindustria) ແລະ ຜູ້ຕາງໜ້າບັນດາສະຫະສະມາຄົມ ອາຊີບ ອີຕາລີ ຈັດຕັ້ງກອງປະຊຸມສຳມະນາໂຕະມົນແລກປ່ຽນກ່ຽວກັບບັນດາເນື້ອໃນລະອຽດເພື່ອຊຸກຍູ້ການຮ່ວມມືລະຫວ່າງບັນດາວິສາຫະກິດທີ່ຂຶ້ນກັບຫຼາຍຂະແໜງອາຊີບຢູ່ນະຄອນ Vigevano, ພາກເໜືອ ອີຕາລີ. ທີ່ປຶກສາດ້ານການຄ້າ ທ່ານ ບູ່ຍເວືອງແອງ ຢັ້ງຢືນວ່າ: ກອງປະຊຸມສຳມະນາຄັ້ງນີ້ແມ່ນໜຶ່ງໃນບັນດາບາດກ້າວຜັນຂະຫຍາຍລະອຽດ, ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດ 2 ຝ່າຍຮ່ວມມືດຳເນີນທຸລະກິດ, ພິເສດແມ່ນໃນສະພາບການຮ່ວມມືເສດຖະກິດລະຫວ່າງ 2 ປະເທດພວມມີບັນດາບາດກ້າວພັດທະນາຢ່າງແຮງ. ບັນດານັກລົງທຶນໃຫຍ່, ບັນດາວິສາຫະກິດ ອີຕາລີ ຕີລາຄາ ຫວຽດນາມ ແມ່ນຄູ່ຮ່ວມມື, ແມ່ນສະຖານທີ່ທະສາດໃນການພັດທະນາຕະຫຼາດຢູ່ພາກພື້ນ ອາຊີ - ປາຊີຟິກ, ແມ່ນຕະຫຼາດມີຄວາມສາມາດບົ່ມຊ້ອນດ້ວຍປະຊາກອນໜຸ່ມ 90 ລ້ານຄົນ, ຄວາມຕ້ອງການບໍລິໂພກພັດທະນາ ແລະ ພິເສດແມ່ນນິຍົມບັນດາຜະລິດຕະພັນ “Made in Italy”.