ຫວຽດນາມແລະອາເມລິກາເພີ່ມທະວີການຮ່ວມມືໃນຂົງເຂດພະລັງງານນິວເຄຼຍເພື່ອຈຸດໝາຍສັນຕິພາບ
ການເຊັນສັນຍາ ລະຫວ່າງ 2 ຝ່າຍ
(ພາບ: Mai Hà/Vietnam+)
(vovworld) – ວັນທີ 6/5, ຢູ່ ຮ່າໂນ້ຍ, ຫວຽດນາມ ແລະ ອາເມລິກາ ໄດ້ເຊັນຂໍ້ຕົກລົງຮ່ວມມືລະຫວ່າງ 2 ປະເທດ ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍສັນຕິພາບ (ສັນຍາ 123). ສັນຍາ 123 ເປັນຂີດໝາຍບາດກ້າວສຳຄັນກ່ຽວກັບຄວາມໄວ້ເນື້ອເຊື່ອໃຈໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອາເມລິກາ ກ່ຽວກັບການນຳໃຊ້ພະລັງງານນິວເຄຼຍ ເພື່ອຈຸດໝາຍສັນຕິພາບ, ພ້ອມທັງເປີດແງ່ຫວັງອັນໃຫຍ່ຫຼວງໃຫ້ທັງ 2 ຝ່າຍໃນການຊຸກຍູ້ບັນດາໂຄງການລົງທຶນຮ່ວມມືລະອຽດກ່ຽວກັບການນຳໃຊ້ລັງສີກໍ່ຄືການພັດທະນາໄຟຟ້າ ນິວເຄຼຍຮັບໃຊ້ການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ. ສັນຍາຮ່ວມມືລະຫວ່າງ ລັດຖະບານ ຫວຽດນາມ ແລະ ລັດຖະບານ ອາເມລິກາ ກ່ຽວກັບການນຳໃຊ່ພະລັງງານນິວເຄຼຍສັນຕິພາບ ໄດ້ຮັບການລົງນາມບົນຈິດໃຈຂອງໝວດ 123 ກ່ຽວກັບ “ການຮ່ວມມືກັບບັນດາປະເທດອື່ນ” ໃນກົດໝາຍວ່າດ້ວຍພະລັງງານປະລະມານູ ປີ 1954 ຂອງ ອາເມລິກາ, ເພື່ອແນໃສ່ປັບປຸງການພົວພັນດ້ານການຄ້າໃນຂົງເຂດພະລັງງານນິວເຄຼຍ. ນອກຈາກນັ້ນດ ສັນຍາ 123 ກໍ່ສ້າງກອບກົດໝາຍເພື່ອເພີ່ມທະວີການຮ່ວມມືລະຫວ່າງ ຫວຽດນາມ ກັບບັນດາຄູ່ຮ່ວມມື ອາເມລິກາ ໃນການເຄື່ອນໄຫວຄົ້ນຄ້ວາ, ບຳລຸງສ້າງ, ພັດທະນາ ແລະ ນຳໃຊ້ພະລັງງານປະລະມານູ, ພິເສດໃນການພັດທະນາໄຟຟ້ານິວເຄຼຍຢູ່ ຫວຽດນາມ. ສັນຍາ 123 ແມ່ນພື້ນຖານເພື່ອໃຫ້ ຫວຽດນາມ ອາດຈະຮັບເອົາເຕັກໂນໂລຢີນິວເຄຼຍທີ່ກ້າວໜ້າ, ທັນສະໄໝໂດຍກົງ ຫຼື ຈາກ ອາເມລິກາ ເພື່ອຮັບໃຊ້ໃຫ້ບັນດາໂຄງການໄຟຟ້າ ນິວເຄຼຍຂອງຫວຽດນາມ.