ຫວຽດນາມແລະແບນຊິກເພີ່ມທະວີການຮ່ວມມືດ້ານສາທາລະນະສຸກ
(ພາບປະກອບ)
(vovworld) - ນີ້ແມ່ນໝາກຜົນຂອງການຢ້ຽມຢາມ ແລະ ເຮັດວຽກຢູ່ລາຊະອານາຈັກແບນຊີກຂອງທ່ານນາງລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ຫງວຽນທິກີມຕຽນ ຕາມຄຳເຊີນຂອງເຈົ້າຄອງເຂດ Wallonia-Brussels, ທ່ານ Rudy Demotte. ທີ່ການເຮັດວຽກ, ສອງຝ່າຍ ໄດ້ປຶກສາຫາລືສ້າງໂຄງການຮ່ວມມືໃນຂົງເຂດປະກັນສຸຂະພາບທົ່ວປວງຊົນ ແລະ ບັນດາຮູບການຫລຸດຜ່ອນຄ່າຢຸກຢາໃນອະນາຄົດ ພ້ອມທັງຊ່ວຍໃຫ້ປະຊາຊົນທຸກຄົນ, ນັບທັງຜູ້ເຖົ້າຜູ້ແກ່ ແລະ ຄົນພິການໄດ້ຊົມໃຊ້ບັນດາບໍລິການສາທາລະນະສຸກຢ່າງຍຸຕິທຳ. ເພື່ອຍົກສູງລະດັບຄວາມຮູ້ຂອງພະນັກງານການແພດຫວຽດນາມ, ຫວຽດນາມ ສາມາດສົ່ງພະນັກງານການແພດ, ການຢາຈຳນວນຫນຶ່ງໄປຮ່ຳຮຽນຢູ່ມະຫາວິທະຍາໄລ ແລະ ເໜືອມະຫາວິທະຍາໄລຢູ່ແບນຊິກ.
ໃນການປະຕິບັດງານຄັ້ງນີ້, ທ່ານນາງ ຫງວຽນທິກີມຕຽນ ໄດ້ເຮັດວຽກກັບອົງການຮ່ວມມື ແລະ ພັດທະນາຂຶ້ນກັບສະຫະພາບເອີລົບ(EU). ໃນໂອກາດນີ້ EU ປະກາດຈະສະຫງວນບ້ວງເງິນຊ່ວຍເຫລືອລ້າລວມມູນຄ່າ 114 ລ້ານເອີໂຣ ໃຫ້ແກ່ຂົງເຂດສາທາລະນະສຸກຫວຽດນາມ ໃນໄລຍະ 3 ປີ, ນັບແຕ່ປີ 2014.