ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ
ຫວຽດນາມໃຫ້ຄຳໝັ້ນສັນຍາປະຕິບັດໂຄງການ
ດຳເນີນງານ 2030 ຂອງສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ
(ພາບ: TTXVN)
(vovworld) - ຫວຽດນາມ ໃຫ້ຄຳໝັ້ນສັນຍາປະຕິບັດໂຄງການດຳເນີນງານ 2030 ຂອງສະຫະປະຊາຊາດໃຫ້ບັນລຸຜົນສຳເລັດ. ນີ້ແມ່ນຄຳຢືນຢັນຂອງບັນດາສະມາຊິກສະພາແຫ່ງຊາດກ່ຽວກັບການພັດທະນາຢ່າງໝັ້ນຄົງ ແລະ ຍົກສູງກຳລັງແກ່ງແຍ້ງໃນວາລະປະຊຸມຂອງສະພາ ຖືກດຳເນີນໃນຕອນເຊົ້າວັນທີ 08/12, ຢູ່ຮ່າໂນ້ຍ. ເພືຶ່ອປະຕິບັດໂຄງການດຳເນີນງານ 2030 ໃຫ້ມີປະສິດທິຜົນຄືດັ່ງໄດ້ໃຫ້ຄຳໝັ້ນສັນຍາກັບປະຊາຄົມສາກົນ, ເລື່ອງກຳນົດຈຸດໝາຍ, ຄົວເລກຄາດໝາຍໃຫ້ເໝາະສົມກັບເງື່ອນໄຂພັດທະນາຂອງຫວຽດນາມ ແລະ ສ້າງແຜນການດຳເນີນງານແຫ່ງຊາດ ເພື່ອແນໃສ່ຜັນຂະຫຍາຍການປະຕິບັດບັນດາຄາດໝາຍດັ່ງກ່າວແມ່ນມີຄວາມຈຳເປັນທີ່ສຸດ. ທ່ານຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ຫງວຽນເທ໋ເຟືອງ, ຖືວ່າ.
“ຕ້ອງຍົກສູງຄວາມຮັບຮູ້ ແລະ ການກະທຳຂອງທົ່ວສັງຄົມກ່ຽວກັບການພັດທະນາແບບຍືນຍົງນີ້; ລະດົມການເຂົ້າຮ່ວມຂອງທັງລະບົບການເມືອງໃນການປະຕິບັດຄາດໝາຍພັດທະນາແບບຍືນຍົງ; ເພີ່ມທະວີ, ລະດົມກຳລັງຄວາມສາມາດດ້ານການເງິນຢູ່ພາຍໃນ ແລະ ຕ່າງປະເທດເພື່ອຜັນຂະຫຍາຍການປະຕິບັດ; ເພີ່ມທະວີການຊີ້ນຳນຳພາຂອງທຸກຂັ້ນ, ທຸກຂະແໜງການ, ການສົມທົບກັນລະຫວ່າງອົງການເຈົ້າຂອງ ແລະ ອົງການສົມທົບຜັນຂະຫຍາຍການປະຕິບັດບັນດາຄາດໝາຍທີ່ໄດ້ວາງອອກ ເພື່ອຮັບປະກັນລັກສະນະເຊື່ອມຕໍ່ ແລະ ປະສານສົມທົບຂອງບັນດາຄາດໝາຍ.”