ຫວຽດນາມ-ໄທສົ່ງເສີມການຮ່ວມມືຮອບດ້ານກ່ຽວກັບຄົນງານ
(ພາບປະກອບ)
(vovworld) – ໃນກອງປະຊຸມຄະນະລັດຖະບານຫວ່າງແລ້ວນີ້, ລັດຖະບານໄທ ໄດ້ຮັບຮອງເອົາມະຕິກ່ຽວກັບທິດທາງຄຸ້ມຄອງຄົນງານຕ່າງປະເທດ ຖືສັນຊາດຫວຽດນາມ, ເຊິ່ງຕາມນັ້ນແລ້ວ, ດຳເນີນການຈົດທະບຽບຄົນງານຖືສັນສາດຫວຽດນາມ, ມີໜັງສືຜ່ານແດນຫວຽດນາມ ແລະ ເຂົ້າເມືອງໄທ ຄັ້ງສຸດທ້າຍຢ່າງຖືກຕາມກົດໝາຍກ່ອນວັນທີ 10/02/2015 ເປົ້າໝາຍຖືກນຳໃຊ້ແມ່ນບັນດາຜູ້ທີ່ໄລຮອດວັນທີ 10/02/2015 ໄດ້ໝົດກຳນົດພັກຢູ່ອາໄສ, ແມ່ນຄົນງານປະກອບອາຊີບຮັບໃຊ້ວຽກບ້ານ, ນາຍຊ່າງກໍ່ສ້າງ, ຫາປາ, ຮັບໃຊ້ຮ້ານອາການ ຕ້ອງມາຈົດທະບຽນກັບເຈົ້າຂອງນຳໃຊ້ແຮງງານຢູ່ບັນດາສູນຈົດທະບຽນຄົນງານຕ່າງປະເທດ, ອະນຸຍາດໃຫ້ພັກອາໄສຊົ່ວຄາວຫຼາຍສຸດແມ່ນຮອດວັນທີ 08/02/2016 ແລະ ບໍ່ໄດ້ປ່ຽນເຈົ້າຂອງນຳໃຊ້ຄົນງານ. ວັນທີ 22/02, ສະຖານທູດຫວຽດນາມ ປະຈຳໄທ ມີແຈ້ງການກ່ຽວກັບເລື່ອງຈົດທະບຽນ, ອະນຸຍາດໃຫ້ຄົນງານຫວຽດນາມ ຢູ່ໄທ, ໃນນັ້ນເນັ້ນໜັກວ່າ: ເລື່ອງຈົດທະບຽນ ແລະ ອະນຸດຍາດໃຫ້ຄົນງານຫວຽດນາມ ຢູ່ໄທ ແມ່ນປະຕິບັດຕາມຂໍ້ຕົກລົງລະຫວ່າງນາຍົກລັດຖະມົນຕີ 2 ປະເທດ ທີ່ໄດ້ລົງນາມຢູ່ຮ່າໂນ້ຍເມື່ອປີ 2014.