ຫວຽດນາມ ກວດພົບຕື່ມອີກ 2 ກໍລະນີທີ່ຕິດເຊື້ອຈຸລະໂລກສາຍພັນໃໝ່
(VOVWORLD) -ຕອນຄ່ຳວັນທີ 6 ກຸມພາ, ແຫຼ່ງຂ່າວຈາກກະຊວງສາທາລະນະສຸກ ຫວຽດນາມ ໃຫ້ຮູ້ວ່າ ຫວຽດນາມ ກວດພົບຕື່ມອີກ 2 ກໍລະນີ ຕິດເຊື້ອຈຸລະໂລກສາຍພັນໃໝ່ (nCoV), ຍົກຈຳນວນຜູ້ຕິດເຊື້ອ nCoV ຢູ່ ຫວຽດນາມທັງໝົດ ຂຶ້ນເປັນ 12 ກໍລະນີແລ້ວ.
ຜູ້ທີ່ຖືກສົງໄສວ່າຕິດເຊື້ອຈຸລະໂລກສາຍພັນໃໝ່ ຢູ່ແຂວງວິງຟຸກ (ພາບ: nld.com.vn) |
ຜູ້ຕິດເຊື້ອ 2 ຄົນດັ່ງກ່າວແມ່ນ ແມ່ ແລະ ນ້ອງສາວຂອງ ຜູ້ທີ່ຕິດເຊື້ອມາແລ້ວ, ເຊິ່ງແມ່ນໜຶ່ງໃນ ຊາວ ຫວຽດນາມ 7 ຄົນທີ່ບໍລິສັດຈຳກັດ Nihon Plast ຍີ່ປຸ່ນ ສົ່ງໄປຝຶກອົບຮົມຢູ່ນະຄອນອູ່ຮັ້ນ, ແຂວງຮູ້ເປີຍ, ປະເທດຈີນ, ທີ່ກັບຄືນມາ ຫວຽດນາມ ໃນວັນທີ 17 ມັງກອນ 2020.