(VOVWORLD) - ຮອດ 18 ໂມງ ວັນທີ 7 ເມສາ, ຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ແມ່ນ 249 ຄົນ, ໃນນັ້ນ 122 ຄົນໄດ້ຮັບການປິ່ນປົວຫາຍດີ.
ຕາມແຫລ່ງຂ່າວຈາກກະຊວງສາທາລະນະສຸກຫວຽດນາມແລ້ວ, ວັນທີ 7 ເມສາ, ຫວຽດນາມ ກວດພົບອີກ 4 ກໍລະນີຕິດ ໂຄວິດ 19, ຍົກຍອດຈຳນວນຜູ້ຕິດເຊື້ອຢູ່ ຫວຽດນາມ ຂຶ້ນເປັນ 249 ຄົນ, ໃນນັ້ນ 122 ຄົນໄດ້ຮັບການປິ່ນປົວຫາຍດີ ແລະ ອອກໂຮງໝໍແລ້ວ, ຍັງບໍ່ທັນມີກໍລະນີໃດຖືກເສຍຊີວິດ. ໃນ 4 ກໍລະນີໃຫມ່ ດັ່ງກ່າວ, 3 ກໍລະນີແມ່ນກັບມາຈາກຕ່າງປະເທດ ແລະ ອີກກໍລະນີຫນຶ່ງແມ່ນຢູ່ພາຍໃນປະເທດ.