ທູດພິເສດລວມຂອງ ສປຊ ແລະ ສະຫະພັນ ອາຣັບ ທ່ານ Kofi Annan
ພາບ:laodong.com.vn |
(vovworld) - ວັນທີ 2/6, ທູດພິເສດລວມຂອງ ສະຫະປະຊາຊາດ (ສປຊ) ແລະ ສະຫະພັນ ອາຣັບ Kofi Annan ໄດ້ອອກສຽງກ່າວເຕືອນວ່າ ຊີຣີ ພວມຕົກເຂົ້າສູ່ສະພາບເສິກກາງເມືອງໃນທົ່ວປະເທດນີ້ ພ້ອມທັງຢ້ຳຄືນຄຳຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງສືບຕໍ່ດຳເນີນການໂອ້ລົມສົນທະນາກໍຄືປະຕິບັດຄຳສັ່ງຢຸດຍິງ. ກ່າວຄຳເຫັນໃນການປະຊຸມກ່ຽວກັບບັນຫາຊີຣີ ຂອງບັນດາສະມາຊິກສະຫະພັນ ອາຣັບ ດຳເນີນໄປຢູ່ນະຄອນຫລວງ Doha ຂອງປະເທດ Cata, ທ່ານ Annan ຢືນຢັນວ່າ: ເສິກກາງເມືອງ ລະຫວ່າງບັນດາຝ່າຍພວມເກີດຂຶ້ນດ້ວຍຂະຫນາດໃຫຍ່ໃນແຕ່ລະມື້ໃນທົ່ວປະເທດ ຊີຣີ . ປະຈຸບັນ ສປຊ ໄດ້ສົ່ງນັກສັງເກດການທະຫານ 129 ທ່ານ ແລະ 90 ຄົນມາປະຕິບັດຫນ້າທີ່ຢູ່ ຊີຣີແລ້ວ. ບັນດາທ່ານເຫລ່ົານີ້ ສາມາດໄປມາຢ່າງເສລີ ແລະ ລາຍງານຂ່າວຄາວຢ່າງພາວະວິໄສໃຫ້ແກ່ ສະພາຄວາມໝັ້ນຄົງ ສປຊ.
ພາບປະກອບ:internet
|
ທີ່ວາລະປະຊຸມພິເສດກ່ຽວກັບສະພາບການຢູ່ ຊີຣີ ຂອງສະພາສິດທິມະນຸດ ສປຊ ຈັດຂຶ້ນໃນວັນທີ 1/6, ຜູ້ຕາງຫນ້າຄະນະຜູ້ແທນ ຫວຽດນາມ ຢູ່ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການສາກົນ ຢູ່ ເຊີແນວ ປະເທດ ສະວິດ ໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເຫດການເຂັ່ນຂ້າສາມັນຊົນ ຢູ່ໝູ່ບ້ານ Houla ປະເທດ ຊີຣີ, ພ້ອມທັງສະແດງຄວາມເຫັນໃຈ ແລະ ເສົ້າສະຫລົດໃຈມາຍັງບັນດາຄອບຄົວທີ່ຖືກປະສົບກັບເຄາະຮ້າຍດັ່ງກ່າວ. ຜູ້ຕາງຫນ້າ ຂອງຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍກ່ຽວຂ້ອງຕ້ອງເປີດການສືບສວນກ່ຽວກັບເຫດເຂັ່ນຂ້າດັ່ງກ່າວຢ່າງພາວະວິໄສ ແລະ ຄົບຖ້ວນ, ເຄົາລົບບັນດາມາດຖານສາກົນກ່ຽວກັບສິດທິມະນຸດ ແລະ ມະນຸດສະທຳ. ແລະເນັ້ນຫນັກວ່າ: ສະພາບການຢູ່ ຊີຣີ ພຽງແຕ່ສາມາດແກ້ໄຂຜ່ານການໂອ້ລົມສົນທະນາ ແລະ ໄກ່ເກຍປອງດອງ ບົນຈິດໃຈເຄົາລົບອະທິປະໄຕ ແລະ ຜືນແຜນດິນອັນຄົບຖ້ວນຂອງ ຊີຣີ.