(vovworld) – ວັນທີ 14 – 15/10, ກົງສູນໃຫຍ່ສະຖານທູດຫວຽດນາມ ປະຈຳ Osaka ແລະ ກົມສົ່ງເສີມການຄ້າ (VIETRADE) ກະຊວງອຸດສາຫະກຳການຄ້າ ໄດ້ສົມທົບກັນຈັດຕັ້ງບັນດາກອງປະຊຸມສຳມະນາສົ່ງເສີມການລົງທຶນ ແລະ ການຄ້າຫວຽດນາມ - ຍີ່ປຸ່ນ ໃນຂົງເຂດອຸດສາຫະກຳສຳຮອງ, ອຸດສາຫະກຳປຸງແຕ່ງ ແລະ ຜະລິດຢູ່ 2 ນະຄອນແມ່ນ Osaka ແລະ Kobe ຂອງຍີ່ປຸ່ນ.
ບັນດາກອງປະຊຸມສຳມະນາ ໄດ້ດຶງດູດຜູ້ແທນເຂົ້າຮ່ວມເປັນຈຳນວນຫຼວງຫຼາຍ, ໃນນັ້ນມີຜູ້ຕ່າງໜ້າບັນດາແຂວງ, ເຂດອຸດສາຫະກຳ ແລະ ວິສາຫະກິດຜະລິດອຸດສາຫະກຳ, ປຸງແຕ່ງຜະລິດຕະພັນກະເສດ ສິນໃນນ້ຳຂອງຫວຽດນາມ 25 ຄົນ, ພ້ອມກັບວິສາຫະກິດຢູ່ Osaka 120 ແຫ່ງ ແລະ ວິສາຫະກິດຢູ່ Kobe 100 ແຫ່ງ. ກ່າວຄຳເຫັນທີ່ບັນດາກອງປະຊຸມສຳມະນາ, ບັນດາວິສາຫະກິດຍີ່ປຸ່ນ ໄດ້ຕີລາຄາສູງນະໂຍບາຍດຶງດູດການລົງທຶນຈາກຕ່າງປະເທດ ແລະ ຄວາມມານະພະຍາຍາມຂອງຫວຽດນາມ ໃນການປັບປຸງສະພາບແວດລ້ອມແຫ່ງການລົງທຶນ; ຢືນຢັນມີຄວາມເອົາໃຈໃສ່ທີ່ສຸດ ແລະ ປາດຖະໜາຢາກຮ່ວມມືດ້ານການຄ້າ, ເປີດກວ້າງການດຳເນີນທຸລະກິດຢູ່ຫວຽດນາມ.