ຫວຽດນາມ ຈະເຂົ້າຮ່ວມສົນທິ ສັນຍາກ່ຽວກັບການນຳໃຊ້ແຫຼ່ງນ້ຳ ໂດຍໄວ

ຫວຽດນາມ ຈະເຂົ້າຮ່ວມສົນທິ ສັນຍາກ່ຽວກັບການນຳໃຊ້ແຫຼ່ງນ້ຳ ໂດຍໄວ - ảnh 1
ພາບປະກອບ

(vovworld) - ວັນ​ທີ 17/6, ຢູ່ ຫາຍ​ຟ່ອງ, ກົມ​ຄຸ້ມ​ຄອງ​ຊັບພະຍາກອນ​ແຫ​ລ່ງນ້ຳ (ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ) ສົມທົບ​ກັບ​ກອງ​ທຶນ​ສາກົນ​ປົກ​ປັກ​ຮັກສາ​ທຳ​ມະ​ຊາດ​​ໂລກ (WWF) ​ແລ​ະ ສູນ​ພັດທະນາ​ຊັບພະຍາກອນ​ນ້ຳ ​ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແບບ​ຍືນ​ຍົງ (CEWAREC) ຈັດ​ຕັ້ງ​ກອງ​ປະຊຸມ​ສຳ​ມະ​ນາທາ​ບທາມ​ຄວາມ​ເຫັນ​ແຫ່ງ​ຊາດກ່ຽວ​ກັບ​ສົນທິສັນຍາ​ສະຫະ​ປະຊາ​ຊາດ​ກ່ຽວ​ກັບ​ການ​ນຳ​ໃຊ້​ແຫຼ່ງນ້ຳລະຫວ່າງ​ປະ​ເທດ ​​ເພື່ອ​ບັນດາ​ຈຸດປະສົງ​ປອດ​ຄົມມະນາຄົມ​ທາງ​ນ້ຳ 1997. ຕາມທ່ານ ຫງວຽນ​ເອີນ​ນຽນ, ສັງກັດສະມາຄົມ​ວິທະຍາສາດ ​ແລະ ​ເຕັກນິກ ນະຄອນ ​ໂຮ່ຈີ​ມິນ ​ແລ້ວ, ຫວຽດນາມ ນອນ​ໃນ​ເຂດ​ລຸ່ມ​ແມ່​ນ້ຳ​ສາຍ​ໃຫຍ່, ດັ່ງ​ນັ້ນ ​ເລື່ອງ​ເຂົ້າ​ຮ່ວມ​ສົນທິສັນຍາ​ສາກົນ​ກ່ຽວ​ກັບ​ການ​ນຳ​ໃຊ້​ແຫຼ່ງນ້ຳ​ປອດ​ຄົມມະນາຄົມ ບໍ່​ພຽງ​ແຕ່​ແມ່ນ​ປັດ​ໄຈ​ເປັນຕາ​ຍ​ໃນ​ການ​ສະກັດ​ກັ້ນການປ່ອຍ​ນ້ຳ​ທີ່ກໍ່​​ໄພນ້ຳ​ຖ້ວມ​ຢູ່​ເຂດ​ລຸ່ມ​ແມ່​ນ້ຳ​ໃນ​ຍາມລະດູຝົນ, ​ຫາກຍັງ​ຮັບປະກັນ​ຄວາມ​ຕ້ອງການ​ນ້ຳຫົດ, ພັດທະນາຢູ່​ບັນດາ​ເຂດ​ທົ່ງພຽງ ​ແລະ ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ​ຊີວະ​ພາບ​ໃນ​ລະດູ​ແລ້ງ. ກໍ່ຕາມ​ທ່ານ ຫງວຽນ​ເອີນ​ນຽນ ​ແລ້ວ, ​ເລື່ອງ​ເຂົ້າ​ຮ່ວມ​ສົນທິສັນຍາ​ຈະ​ແມ່ນ​ສະພາບ​ແວດ​ລ້ອມທີ່​ດີ​ເພື່ອ​ໃຫ້ ຫວຽດນາມ ສ້າງ​ສຳ​ເລັດ​ວຽກ​ງານ​ວາງ​ແຜນກຳນົດ, ຄຸ້ມ​ຄອງ​​ແຫຼ່ງຊັບພະຍາກອນ​ນີ້.

ຂ່າວ/ບົດ​ອື່ນ