ຫວຽດນາມ ຈະເປັນຂົວຕໍ່ ໃນການພົວພັນລະຫວ່າງ ASEAN-EU

ຫວຽດນາມ ຈະເປັນຂົວຕໍ່ ໃນການພົວພັນລະຫວ່າງ ASEAN-EU - ảnh 1

(ພາບປະກອບ:eu2007.de)​

( vovworld ) –  ​ດັ່ງ​ທີ່​ພວກ​ເຮົາ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ນັບ​ແຕ່​ວັນ​ທີ 1/7/2012 ​ເປັນຕົ້ນ​ໄປ, ຫວຽດນາມ ​ໄດ້​ຮັບ​ບົດບາດ​​ເປັນ​ຜູ້​ປະສານ​ງານ​ລະຫວ່າງ​ສະຫະ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ASEAN) ​ແລະ ສະຫະພາບ​ເອີ​ລົບ (EU). ​ໃນ​ສະພາບ​ການປີ​ນີ້, ASEAN ​ແລະ EU ​ຈະ​ຈັດ​ພິທີ​ລະນຶກ 35 ປີ​ແຫ່ງວັນ​ສ້າງຕັ້ງສາຍ​ພົວພັນ​​ຄູ່ເຈລະຈາ (1977-2012) ​ແລະ ຫວຽດນາມ- EU ຫາ​ກໍ່ລົງ​ນາມ​ໃນ​ສັນຍາ​ຮ່ວມ​ມື ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ (PCA) ພ້ອມ​ທັງ​ເປີດ​ສາກ​ການ​ເຈລະຈາ​ສັນຍາ​ການ​ຄ້າ​ເສລີ​ສອງ​ຝ່າຍຢ່າງ​ເປັນ​ທາງ​ການ (FTA), ຫວຽດນາມ ພວມ​ມານະ​ພະຍາຍາມ ​ເພື່ອ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່, ນຳ​ມາ​ເຊີ່ງ​ຜົນ​ປະ​ໂຫຍ​ດ​ໃຫ້​ທັງ​ຫວຽດນາມ ​ແລະ ປະ​ເທດ​ຕ່າງໆ, ຍູ້​ແຮງ​ການ​ໜູນ​ຊ່ວຍ​ຂອງ ​EU ໃຫ້​ແກ່​ວິວັດ​ການ​ສ້າງ​ປະຊາ​ຄົມ ASEAN ​ໃນ​ປີ 2015.

   ຕາມ​ທ່ານ Nguyen Tien Minh ຫົວໜ້າ​ກົມ ASEAN ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ແລ້ວ, ຫວຽດນາມ ​ໄດ້​ກະກຽມ​ເປັນ​ຢ່າງ​ດີ ​ເພື່ອ​ຮັບ​ບົດບາດ​ເປັນຜູ້​ປະສານ​ງານ​ໃນ​ການ​ພົ​ວພັນ​ລະຫວ່າງ ASEAN-EU. ທ່ານ Nguyen Tien Minh ​ໃຫ້​ຮູ້​ວ່າ:  “ຫວຽດນາມ ຈະ​ເພີ່ມທະວີ​ການ​ທາ​ບທາມ​ຄຳ​ເຫັນ​ກັບ​ທັງ ​ASEAN ​ແລະ EU ​ເພື່ອຮັບ​ຟັງ​ຄວາມ​ມຸ້ງ​ຫວັງ ​ແລະ ​ເປັນ​ຂົວ​ຕໍ່​ລະຫວ່າງ ​ASEAN ​ແລະ EU ໃຫ້​ເປັນ​ຢ່າງ​ດີ, ພ້ອມ​ກັນນັ້ນ, ຫວຽດນາມ ຈະ​ມານະ​ພະຍາຍາມ​ສົ່ງ​ເສີມ ​EU ມີ​ບັນດາ​ຄຳໝັ້ນສັນຍາ​ດ້ານ​ການ​ເມືອງ ​ແລະ ການ​ເຄື່ອນ​ໄຫວ​ລະອຽດ ​ເພື່ອ​ປະກອບສ່ວນ​ໃຫ້​ແກ່​ການ​ພົວພັນ​ຮອບດ້ານ​ລະຫວ່າງ ASEAN ​ແລະ EU, ປັບປຸງ​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການ​ພັດທະນາ​ຢູ່​ໃນ​ສອງ​ພາກ​ພື້ນ“

 

ຂ່າວ/ບົດ​ອື່ນ