ຫວຽດ​ນາມ ຕັດ​ສິນ​ໃຈ​ບໍ່​ປະໃຫ້​ເກີດ​ວິ​ກິດ​ການ​ເສດ​ຖະ​ກິດ ແລະ ສາ​ທາ​ລະ​ນະ​ສຸກ

(VOVWORLD) -    ຕອນເຊົ້າວັນທີ 15 ສິງຫາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມແບບທາງໄກ ສະຫຼຸບວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢູ່ທ້ອງຖິ່ນຕ່າງໆທີ່ພວມປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງເລກທີ 16.
ຫວຽດ​ນາມ ຕັດ​ສິນ​ໃຈ​ບໍ່​ປະໃຫ້​ເກີດ​ວິ​ກິດ​ການ​ເສດ​ຖະ​ກິດ ແລະ ສາ​ທາ​ລະ​ນະ​ສຸກ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທຸກຂັ້ນ, ທຸກຂະແໜງການ ແລະ ທ້ອງຖິ່ນ ໃນການປະຕິບັດການແຍກຫ່າງສັງຄົມໃນໄລຍະຜ່ານມາ. ດ້ວຍຄວາມມານະພະຍາຍາມເຫຼົ່ານັ້ນ, ຫວຽດນາມ ບັນລຸໄດ້ໝາກຜົນຕັ້ງໜ້າໃນເບື້ອງຕົ້ນ, ແມ່ນຈຸດເລີ່ມຕົ້ນເພື່ອປະຕິບັດດີກວ່າໃນໄລຍະຈະມາເຖິງ.

        ຕາມທ່ານນາຍົກລັດຖະມົນຕີແລ້ວ, ການຕ້ານໂລກລະບາດແມ່ນບໍ່ເຄີຍມີມາກ່ອນ, ສະນັ້ນ ທັງຜັນຂະຫຍາຍປະຕິບັດມາດຕະການຕ່າງໆທັງຖອດຖອນບົດຮຽນ ເພື່ອປະຕິບັດໃຫ້ມີປະສິດທິຜົນ ແລະ ໄດ້ຮັບຄວາມເຫັນດີເຫັນພ້ອມຜັນຂະຫຍາຍປະຕິບັດຢ່າງທົ່ວເຖິງໃນທັນທີ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ວາງແຜນການ, ເປົ້າໝາຍ ແລະ ມາດຕະການເພື່ອປະຕິບັດສຳເລັດ, ຕັດສິນໃຈບໍ່ປະໃຫ້ເກີດວິກິດການເສດຖະກິດ ແລະ ສາທາລະນະສຸກ.

        ໃນເມື່ອທີ່ຍັງບໍ່ທັນມີວັກຊິນ ແລະ ຢາປິ່ນປົວນັ້ນ, ຕາມທ່ານນາຍົກລັດຖະມົນຕີ ແລ້ວ, ຕ້ອງຜັນຂະຫຍາຍມາດຕະການແຍກຫ່າງສັງຄົມຢ່າງຂ້ຽວຂາດເພື່ອສະກັດກັ້ນການຕິດເຊື້ອລະຫວ່າງຄົນກັບຄົນ. 


ຕອບກັບ

ຂ່າວ/ບົດ​ອື່ນ