ຫວຽດນາມ ຕອບສະຫນອງຂະບວນການເຮັດໃຫ້ໂລກສົດໃສກວ່າໃນປີ 2012

ຫວຽດນາມ ຕອບສະຫນອງຂະບວນການເຮັດໃຫ້ໂລກສົດໃສກວ່າໃນປີ 2012 - ảnh 1

(vovworld) - ພິທີ​ປຸກລະດົມ​ແຫ່ງ​ຊາດ​ຕອບ​ສະຫນອງ​ຂະ​ບວນການ​ເຮັດ​ໃຫ້​ໂລກ​ສົດ​​ໃສ​ກວ່າ​ໃນ​ປີ 2012 ພາຍ​ໃຕ້​ຫົວ​ຂໍ້​ວ່າ: ສະຖານ​ທີ່​​ເພິ່ງ​ພາ​ອາ​​ໄສ​ຂອງ​ພວກ​ເຮົາ,  ຫນ່ວຍ​ພິພົບ​ຂອງ​ພວກ​ເຮົາ, ຄວາມ​ຮັບຜິດຊອບ​ຂອງ​ພວກ​ເຮົາ ​ໂດຍ​ແມ່ນ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສົມທົບ​ກັບ​ສະຫະພັນ​ໃຫຍ່​ແຮງ​ງານ ຫວຽດນາມ ​ແລະ ຄະນະ​ກຳມະການ​ປະຊາຊົນ​ນະຄອນ Da Nang ຈັດ​ຕັ້ງ​ຂຶ້ນ​ໃນ​ຕອນ​ເຊົ້າ​ວັນ​ທີ 15/9  ຢູ່ Da Nang. ຂະ​ບວນການ​ດັ່ງກ່າວ​ໄດ້​ຮຽກຮ້ອງ​ໃຫ້​ທຸກ​ຄົນ​ໃນ​ວົງ​ຄະນາ​ຍາດ​ຈົ່ງ​ມີ​ກາ​ນ​ເຄື່ອນ​ໄຫວ​ຢ່າງ​ແທດ​ຈິງ​ເພື່ອ​ປະກອບສ່ວນ​ເຂົ້າ​ໃນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ, ຈາກ​ນັ້ນ ປະກອບ​​ສ່ວນໃຫ້​ແກ່ຄວາມ​ມານະ​ພະຍາຍາມ​ຂອງ​ທົ່ວ​ໂລກ. ຢູ່ ຫວຽດນາມ ຄວາມ​ເສຍ​ຫາຍ​ຈາກ​ມົນ​ລະ​ພິດ​ສິ່ງ​ແວດ​ລ້ອມ​ກໍ່​ຂຶ້ນ​ກວມ​​ເອົາ​ແຕ່ 1,5 - 3% GDP, ​ແລະ ​ເກືອບ 800 ລ້ານ USD​ໃນ​ບັນດາ​ຂົງ​ເຂດ​ເບິ່ງ​ແຍງ​ດູ​ແລ​ສຸຂະພາບ​ຂອງ​ວົງ​ຄະນາ​ຍາດ. ທີ່​ພິທີ​ປຸກລະດົມ, ທ່ານ Bui Cach Tuyen ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ​ໃຫ້​ຮູ້​ວ່າ:

        “ຕ້ອງ​ມີ​ບັນດາ​ມາດ​ຕະການ​ກ່ຽວ​ກັບ​ລະບອບ​ນະ​ໂຍບາຍ. ທີ​ສອງ ​ແມ່​ນປັບປຸງ​ລະບົບ​ຄຸ້ມ​ຄອງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ເພື່ອ​ເຂົ້າ​ຮ່ວມ​ວຽກ​ງານ​ຄຸ້ມ​ຄອງ​ສິ່ງ​ແວດ​ລ້ອມ. ທີ​ສາມ ຕ້ອງ​ນຳ​​ໃຊ້​ບັນດາ​ເຕັກ​ໂນ​ໂລ​ຊີ​ບຳບັດ​ສິ່ງ​​ເສດ​ເຫລືອ​ໃຫ້​​ເໝາະ​ສົມ​ກັບ​ເງື່ອນ​ໄຂ​ຂອງ​ຫວຽດນາມ. ​ແລະ ພວກ​ເຮົາ​ຕ້ອງ​ເຮັດ​ແນວ​ໃດ​​ເພື່ອ​ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ໝົດ​ທຸກ​ຄົນ​ຮ່ວມ​ແຮງ​ຮ່ວມ​ໃຈ​ເຮັດ​ໃຫ້​ສິ່ງ​ແວດ​ລ້ອມ​ສົດໃສ​ກວ່າ.”

ຕອບກັບ

ຂ່າວ/ບົດ​ອື່ນ