(vovworld) - ທ່ານເອກອັກຄະລັດຖະທູດຫວຽດນາມ ປະຈຳແບນຊິກ, ລຸກຊຳບົວ ແລະ ຢູ່ຄຽງຂ້າງສະຫະພາບເອີລົບ, ຟ້າມແຊງເຈົາ, ຫາກໍ່ມີການຢ້ຽມຢາມ ແລະ ເຮັດວຽກກັບການນຳສານສູງສຸດ ແລະ ອົງການໄອຍະການສູງສຸດ ແບນຊິກ, ເພື່ອແນໃສ່ປຶກສາຫາລືລາຍການຮ່ວມມືລະຫວ່າງ 2 ອົງການດັ່ງກ່າວກັບຫວຽດນາມ ໃນຂົງເຂດຍຸຕິທຳ. ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ຝ່າຍ ແບນຊິກ ຈະດຳເນີນບັນດາລາຍການຮ່ວມມືກັບສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດຂອງຫວຽດນາມ. ການຮ່ວມມືດ້ານຍຸຕິທຳລະຫວ່າງຫວຽດນາມ ແລະ ແບນຊິກ ມີທ່າແຮງຫຼາຍຢ່າງເພື່ອພັດທະນາຄື ການພົວພັນດ້ານການເມືອງເປັນຢ່າງດີ, ລະບົບກົດໝາຍຄ້າຍຄືກັນ, ທັງ 2 ປະເທດລ້ວນແຕ່ເຂົ້າຮ່ວມກຸ່ມໃຊ້ພາສາຝລັ່ງ. 2 ຝ່າຍມີຄວາມສາມາດຫຼາຍຢ່າງໃນການເພີ່ມທະວີການຮ່ວມມື ແລກປ່ຽນບົດຮຽນກ່ຽວກັບການປະຕິບັດຍຸຕິທຳ, ກົດໝາຍ, ບຳລຸງສ້າງ, ແລກປ່ຽນຄະນະຜູ້ແທນ ເພື່ອແນໃສ່ຊອກຮູ້ສຳເນົາ, ປັບປຸງລະບົບກົດໝາຍ. ທ່ານເອກອັກຄະລັດຖະທູດ ຟ້າມແຊງເຈົາ ສະແດງຄວາມເຊື່ອໝັ້ນວ່າ ການພົວພັນຮ່ວມມືລະຫວ່າງ 2 ຝ່າຍໃນຂົງເຂດຍຸຕິທຳຈະໄດ້ຮັບການພັດທະນາ ຍ້ອນມາຮອດປະຈຸບັນ, ຫວຽດນາມ ເປັນປະເທດດຽວຂອງອາຊີ ໄດ້ຮັບການຊ່ວຍເຫຼືອພັດທະນາຂອງແບນຊິກ.