ຫວຽດນາມ ມີລະບົບຄຸ້ມຄອງການສຶກສາ IMS ທຳອິດ ໄດ້ຮັບການຮັບຮູ້ຈາກສາກົນ
(VOVWORLD) - ວັນທີ 22 ກຸມພາ, ຜູ້ຕາງໜ້າຂອງອົງການຢັ້ງຢືນສາກົນ FrenchCert - ລາຊະອານາຈັກ ອັງກິດ ໄດ້ປະກາດແຜນການຄຸ້ມຄອງຄຸນນະພາບ IMS ຂອງພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ ຂອງ ຫວຽດນາມ ບັນລຸມາດຕະຖານສາກົນ ISO 9001:2015 ແລະ ISO 21001:2018.
ນີ້ແມ່ນຫົວໜ່ວຍສຶກສາທຳອິດຂອງ ຫວຽດນາມ ທີ່ໄດ້ຮັບການຮັບຮູ້ຈາກສາກົນ ເມື່ອໝູນໃຊ້ ແລະ ເຄື່ອນໄຫວຕາມລະບົບນີ້.
ພິທີປະກາດແຜນການຄຸ້ມຄອງຄຸນນະພາບ IMS ຂອງພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ (ພາບ: nhandan.vn) |
ການກໍ່ສ້າງ ແລະ ໝູນໃຊ້ລະບົບຄຸ້ມຄອງຄຸນນະພາບ IMS ແມ່ນບາດກ້າວກະໂດດຂັ້ນກ່ຽວກັບຂັ້ນຕອນຄຸ້ມຄອງຄຸນນະພາບການສຶກສາ. ລະບົບດັ່ງກ່າວໄດ້ຊ່ວຍໃຫ້ວຽກງານກຳນົດທິດພັດທະນາຄຸນນະພາບການສຶກສາຢ່າງຮອບດ້ານ, ຮັບປະກັນການເຂົ້າເຖິງຢ່າງສະເໝີພາບ ແລະ ຊຸກຍູ້ໂອກາດຮຽນຮູ້ຕະຫຼອດຊີວິດສຳລັບນັກຮຽນ. ບັນດາການເຄື່ອນໄຫວຄຸ້ມຄອງຄຸນນະພາບນີ້ ໄດ້ຮັບການກຳນົດທິດຢ່າງຈະແຈ້ງ ດ້ວຍລະບຽບການ, ຂັ້ນຕອນ ແລະ ການກະທຳລະອຽດ.
ທົ່ວທະວີບ ອາຊີ ມີທັງໝົດ 27 ຫົວໜ່ວຍໄດ້ຮັບການຢັ້ງຢືນລະບົບດັ່ງກ່າວ, ໃນນັ້ນ ຫວຽດນາມ ມີ 1 ຫົວໜ່ວຍ, ນັ້ນແມ່ນພະແນກສຶກສາ ແລະ ກໍ່ສ້າງແຂວງ ເຊີນລາ.