(ພາບປະກອບ:tintuc.xalo.vn)
( vovworld ) – ຜູ້ຕາງໜ້າລັດຖະບານລາວ, ກຸ່ມບໍລິສັດແມ່ນ້ຳດ່າ ແລະ ບໍລິສັດຫຸ້ນສ່ວນໄຟຟ້າຫວຽດນາມ-ລາວ ຫາກໍ່ລົງນາມໃນການໂຄງການສ້າງເຂື່ອນໄຟຟ້ານ້ຳຕົກເຊກອງ 3 ແລະ ເຊກາໝານ 4 ຢູ່ແຂວງອັດຕະປື ແລະ ເຊກອງ, ມໍ່ກັບເຂດຊາຍແດນລາວ-ຫວຽດນາມ ເມື່ອວັນທີ 27/8 ຢູ່ນະຄອນຫຼວງວຽງຈັນ. ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກເຊກອງ 3 ມີຍອດຈຳນວນເງິນລົງທຶນ 278,5 ລ້ານໂດລາສະຫະລັດ, ປະລິມານການຜະລິດໄຟຟ້າສະເລ່ຍແຕ່ລະປີແມ່ນ 804 ລ້ານ kwh ແລະ ຈະສະໜອງໄຟຟ້າໃນປີ 2015 ໂດຍກຸ່ມບໍລິສັດແມ່ນ້ຳດ່າ ແມ່ນເຈົ້າຂອງລົງທຶນ. ສ່ວນໂຄງການສ້າງເຂື່ອນໄຟຟ້ານ້ຳຕົກເຊກາໝານ 4 ມີຍອດຈຳນວນເງິນລົງທຶນ 128 ລ້ານໂດລາສະຫະລັດ, ປະລິມານການຜະລິດໄຟຟ້າສະເລ່ຍແຕ່ລະປີແມ່ນ 316 ລ້ານ kwh ແລະ ຈະສະໜອງໄຟຟ້າໃນປີ 2016 ໂດຍບໍລິສັດຫຸ້ນສ່ວນໄຟຟ້າຫວຽດນາມ-ລາວ ແມ່ນເຈົ້າຂອງລົງທຶນ. ທ່ານ Duong Khanh Toan ປະທານສະພາສະມາຊິກກຸ່ມບໍລິສັດແມ່ນ້ຳດ່າ ຊີ້ແຈ້ງວ່າ: ການລົງທຶນກໍ່ສ້າງບັນດາໂຄງການໄຟຟ້ານ້ຳຕົກຢູ່ລາວ ເວົ້າລວມ ແລະ ໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກເຊກອງ 3 ແລະ ເຊກາໝານ 4 ເວົ້າສະເພາະ ແມ່ນເໝາະສົມກັບແຜນນະໂຍບາຍຮ່ວມມືພັດທະນາຂອງສອງປະເທດ, ເພື່ອແນໃສ່ຮັບປະກັນຄວາມໝັ້ນຄົງພະລັງງານຂອງແຕ່ລະປະເທດ, ຜ່ານນັ້ນເພີ່ມວົງເງິນສົ່ງອອກສອງສົ້ນ, ສ້າງເງື່ອນໄຂພັດທະນາຊີວິດສັງຄົມ, ພັດທະນາເສດຖະກິດຂອງສອງແຂວງເຊກອງ ແລະ ອັດຕະປື.