ຫວຽດນາມ ສືບຕໍ່ສົມທົບກັບມາເລເຊຍ ຊອກຫາເຮືອບິນຫາຍສາບສູນ
(ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ)
(vovworld) - ວັນທີ 13/03, ທີ່ການປະຊຸມຂ່າວນດສາມັນ, ເມື່ອຕອບຄຳຖາມຂອງນັກຂ່າວກ່ຽວກັບແຜນການຜັນຂະຫຍາຍວຽກງານຊອກຫາເຮືອບິນຂອງບໍລິສັດການບິນມາເລເຊຍ ຫາຍສາບສູນໃນຊຸມມື້ຈະມາເຖິງ, ໂຄສົກກະຊວງການຕ່າງປະເທດຫວຽດນາມ ເລຫາຍບິ່ງ ໃຫ້ຮູ້ວ່າ.
“ໃນຊຸມມື້ຜ່ານມາ, ພ້ອມກັບຄວາມມານະພະຍາຍາມຂອງບັນດາຝ່າຍທີ່ກ່ຽວຂ້ອງ, ຫວຽດນາມ ໄດ້ເປັນເຈົ້າການມີບັນດາມາດຕະການຮັບມື, ສົມທົບກັນຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຢ່າງຄົບຊຸດ, ຂ້ຽວຂາດບັນດາມາດຕະການຊອກຫາ, ກູ້ໄພກູ້ຊີບຢ່າງຮີບດ່ວນ. ຫວຽດນາມ ໄດ້ສ້າງຕັ້ງກອງບັນຊາການຢູ່ຟຸ໋ກ໋ວກ ເພື່ອບໍລິຫານທຸກການເຄື່ອນໄຫວທີ່ກ່ຽວຂ້ອງເຖິງວຽກງານຊອກຫາກູ້ໄພກູ້ຊີບ. ວຽກງານຊອກຫາກູ້ໄພກູ້ຊີບໃນຊຸມມື້ຈະມາເຖິງ ຈະໄດ້ຮັບການປະຕິບັດບົນພື້ນຖານສົມທົບກັນຢ່າງແໜ້ນແຟ້ນກັບຝ່າຍມາເລເຊຍ ເພື່ອກຳນົດເຂດກໍ່ຄືຄວາມຄືບໜ້າ, ວິວັດການດຳເນີນວຽກງານນີ້”.