(vovworld) - ວັນທີ 06/03, ກອງປະຊຸມນັດສາມັນຄັ້ງທີ 25, ສະພາສິດທິມະນຸດສະຫະປະຊາຊາດ ໄດ້ດຳເນີນການປຶກສາຫາລືບົດລາຍງານຂອງອົງການຂະຫຼວງໃຫຍ່ສິດທິມະນຸດ ກ່ຽວກັບສະພາບສິດທິມະນຸດຂອງໂລກ ໃນປີ 2013. ຕາງໜ້າຄະນະຜູ້ແທນຫວຽດນາມ, ທ່ານ ຮ່ວາງຈິ໋ຈຸງ, ຫົວໜ້າກົມບັນດາອົງການຈັດຕັ້ງສາກົນ, ກະຊວງການຕ່າງປະເທດຫວຽດນາມ ໄດ້ກ່າວປາໄສທີ່ກອງປະຊຸມ. ທ່ານ ຮ່ວາງຈິ໋ຈຸງ ຢືນຢັນວ່າ ບັນດານະໂຍບາຍເສດຖະກິດ - ສັງຄົມ ຕ້ອງຮັບປະກັນທັງໝົດສິດທີ່ເປັນພື້ນຖານດ້ານເສດຖະກິດ, ວັດທະນະທຳ, ສັງຄົມ, ການເມືອງ, ພົນລະເຮືອນຂອງປະຊາຊົນ ແລະ ມີຄວາມເອົາໃຈໃສ່ທີ່ເໝາະສົມເຖິງກຸ່ມແມ່ຍິງ ແລະ ເດັກນ້ອຍ. ທ່ານ ຮ່ວາງຈິ໋ຈຸງ ເນັ້ນໜັກເຖິງການຮັບປະກັນ ແລະ ຊຸກຍູ້ສິດຂອງມະນຸດ ວ່າ ກ່ອນອື່ນໝົດສິດທິມະນຸດແມ່ນຂຶ້ນກັບໜ້າທີ່ຮັບຜິດຊອບຂອງແຕ່ລະປະເທດ, ພ້ອມທັງຖືວ່າ ການຮ່ວມມືດ້ານສາກົນກ່ຽວກັບສິດທິມະນຸດໄດ້ມີການປະກອບສ່ວນໃຫ້ແກ່ວຽກງານດັງກ່າວຢ່າງມີປະສິດທິຜົນ. ຜູ້ຕາງໜ້າຫວຽດນາມ ກໍ່ຮັບຮູ້ຄວາມມານະພະຍາຍາມຂອງວົງຄະນະຍາດສາກົນ, ບັນດາກົນໄກສິດທະມະນຸດຂອງສະຫະປະຊາຊາດ, ອົງການຂະຫຼວງໃຫຍ່ສິດທິມະນຸດ ແລະ ຫ້ອງການຂະຫຼວງໃຫຍ່ໃນການຊຸກຍູ້ການເຈລະຈາ ແລະ ຮ່ວມມືດ້ານສິດທິມະນຸດ.