(vovworld) – ໂດຍສືບຕໍ່ການໄປປະຕິວັດງານຢູ່ສ.ເກົາຫຼີ, ວັນທີ 12/08, ຢູ່ນະຄອນຫຼວງເຊີອູນ, ທ່ານຫົວໜ້າຄະນະເສດຖະກິດສູງກາງ ເວືອງດິງເຫ້ວ ໄດ້ມີການເຮັດວຽກກັບທ່ານລັດຖະມົນຕີກະຊວງການຄ້າ, ອຸດສາຫະກຳ ແລະ ພະລັງງານສ.ເກົາຫຼີ Yoon Sang Jik. ທີ່ການເຮັດວຽກ, ທ່ານລັດຖະມົນຕີ Yoon Sang Jik ໃຫ້ຮູ້ວ່າ, ຕະຫຼາດຫວຽດນາມ ແມ່ນຕະຫຼາດທີ່ດຶງດູດສຳລັບບັນດານັກລົງທຶນສ.ເກົາຫຼີ ແລະ ຖືວ່າ ເລື່ອງລົງນາມສັນຍາການຄ້າເສລີລະຫວ່າງ 2 ປະເທດຈະສ້າງການລົງທຶນຂອງບັນດາວິສາຫະກິດສ.ເກົາຫຼີ ເຂົ້າຫວຽດນາມ. ທ່ານລັດຖະມົນຕີ Yoon Sang Jik ເຫັນດີກັບຄຳເຫັນຂອງທ່ານຫົວໜ້າຄະນະເສດຖະກິດສູງກາງ ເວືອງດິງເຫ້ວ ສະເໜີໃຫ້ລັດຖະບານສ.ເກົາຫຼີ ພິຈາລະນາ ໜູນຊ່ວຍຫວຽດນາມ ກໍ່ສ້າງເຂດເຕັກໂນໂລຊີ ອຸດສາຫະກຳຢູ່ແຂວງໜຶ່ງທາງພາກເໜືອຫວຽດນາມ, ຊຸກຍູ້ການລົງທຶນຂອງບັນດາວິສາຫະກິດຕຳແຜ່ນຕັດຫຍິບ, ຍ້ອມສີຂອງສ.ເກົາຫຼີເຂົ້າຫວຽດນາມ…