ສະພາບການທີ່ພິທີເຊັນບົດບັນທຶກຊ່ວຍຈຳ
(ພາບ: vov.vn)
(vovworld)-ພິທີເຊັນບົດບັນທຶກຊ່ວຍຈຳລະຫວ່າງຄະນະຊີ້ນຳແຫ່ງລັດກ່ຽວກັບໂຄງການດຳເນີນງານແຫ່ງຊາດ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫລັງ
ສົງຄາມແຫ່ງປະເທດ ສສ ຫວຽດນາມ ແລະ ກະຊວງການຕ່າງປະເທດອາເມລິກາ ກ່ຽວກັບການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫລັງສົງຄາມຢູ່ຫວຽດນາມ ໄດ້ດຳເນີນໄປໃນຕອນເຊົ້າວັນທີ 16/12 ຢູ່ຮ່າໂນ້ຍ. ນີ້ແມ່ນ ບົດບັນທຶກຊ່ວຍຈຳສະບັບທຳອິດກ່ຽວກັບການຮ່ວມມືແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫລັງ ສົງຄາມລະຫວ່າງສອງລັດຖະບານ ຊື່ງມີຄວາມໝາຍສຳຄັນໃນສະພາບການທີ່ສອງປະເທດຫາກໍ່ອອກຖະແຫຼງການຮ່ວມກ່ຽວກັບການສ້າງຄູ່ຮ່ວມມືຍຸດທະສາດຮອບດ້ານ. ກ່າວຄຳເຫັນນະທີ່ນີ້, ທ່ານບຸ່ຍຮົ່ງລິ້ງ ຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ຖືວ່າ:
“ບົດບັນທຶກຊ່ວຍຈຳເພື່ອແນໃສ່ຈຸດປະສົງສ້າງກົນໄກອັນຍາວນານ ເພື່ອແນໃສ່ເພີ່ມທະວີການຮ່ວມມືດ້ານມະນຸດສະທຳລະຫວ່າງຫວຽດນາມ-ອາເມລິກາ ເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຫລັງສົງຄາມ. ຜ່ານການແລກປ່ຽນຄະນະຜູ້ແທນ, ເອກະສານ, ຈັດການເຄື່ອນໄຫວບຳລຸງສ້າງລວມ, ຮຽກຮ້ອງບັນດາອົງການຈັດຕັ້ງ, ປະຊາຄົມໂລກໜູນຊ່ວຍ….ຂ້າພະເຈົ້າຫວັງວ່າ, ໃນໄລຍະຈະມາເຖິງ, ຫວຽດນາມ-ອາເມລິກາ ຈະສືບຕໍ່ພ້ອມກັນແລກປ່ຽນສ້າງແຜນການເຄືອ່ນໄຫວລະອຽດ, ແທດຈິງ, ມີປະສິດທິຜົນຍາວນານເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກຢູ່ຫວຽດນາມ“.
ສ່ວນທ່ານ David Shear ເອກອັກຄະລັດຖະທູດອາເມລິກາ ປະຈຳຫວຽດນາມ ຖືວ່າ:
“ເລື່ອງຫວຽດນາມ ແລະ ອາເມລິກາ ເຊັນບົດບັນທຶກຊ່ວຍສະບັບນີ້ ແມ່ນບາດ ກ້າວພັດທະນາສຳຄັນໃນການສ້າງວິໄສທັດລວມຂອງການນຳສອງປະເທດໃຫ້ປະກົດຜົນເປັນຈິງ ເພື່ອແນໃສ່ຜ່ານຜ່າບັນດາບັນຫາໂດຍສົງຄາມປະໄວ້ໃຫ້. ໃນສະພາບການທີ່ອາເມລິກາ ແລະ ຫວຽດນາມ ພວມສ້າງສາຍພົວພັນຄູ່ຮ່ວມມືຢ່າງແໜ້ນແຟ້ນກ່ວາອີກ, ອີງບົນບັນດາຄຸນຄ່າ ແລະ ຜົນປະໂຫຍດລວມ, ພວກຂ້າພະເຈົ້າຢາກເຮັດໃຫ້ການພົວພັນລະຫວ່າງສອງປະເທດໃນການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕມໃຫ້ເລິກເຊິ່ງຂຶ້ນຕື່ມ. ການເຊັນບົດບັນທຶກມື້ນີ້ຈະສ້າງຂອບເຂດການຮ່ວມມືສອງຝ່າຍໄລຍະຍາວໃນການຮ່ວມມືມະນຸດສະທຳກ່ຽວກັບການແກ້ໄຂຜົນຮ້າຍຢ້ອນຫຼັງຈາກລະເບີດບໍ່ທັນແຕກລະຫວ່າງສອງປະເທດ “