(vovworld) – ວັນທີ 22/3, ບໍລິສັດໃຫຍ່ທາດເຄມີນ້ຳມັນອາຍແກດ ສັງກັດກຸ່ມບໍລິສັດນ້ຳມັນອາຍແກດຫວຽດນາມ ໄດ້ລົງນາມໃນສັນຍາຂຸດຄົ້ນ ແລະ ປຸງແຕ່ງແຮ່ທາດ ບາຣິດ ຢູ່ເມືອງວິລະບູລີ ແຂວງສະຫວັນນະເຂດກັບບໍລິສັດໃຫຍ່ VTS ຂອງລາວ. ເຂົ້າຮ່ວມພິທີລົງນາມມີທ່ານ ບຸນທະວີ ສີສຸພັນທອງ, ລັດຖະມົນຕີຊ່ວຍວ່າການກະຊວງແຜນການ ແລະ ການລົງທຶນລາວ, ທ່ານ Ta Minh Chau, ເອກອັກຄະລັດຖະທູດຫວຽດນາມປະຈຳລາວ ພ້ອມກັບການນຳກະຊວງ, ຂະແໜງການທີ່ກ່ຽວຂ້ອງຂັ້ນຕ່າງໆຂອງຫວຽດນາມ ແລະ ລາວ. ໂຄງການມີຍອດຈຳນວນເງິນລົງທຶນກ່ວາ 3 ລ້ານ USD, ຄາດວ່າຈະນຳເຂົ້າເຄື່ອນໄຫວໃນໄຕມາດທີ 3/2012. ໂຮງງານມີກຳລັງການປຸງແຕ່ງແຮ່ທາດ ບາຣິດ 35.000 ໂຕນ/ປີ. ຜະລິດຕະພັນບາຣິດຂອງໂຮງງານຮັບໃຊ້ໃຫ້ແກ່ການເຄື່ອນໄຫວເຈາະ, ສຳຫຼວດ ແລະ ຂຸດຄົ້ນຂອງກຸ່ມບໍລິສັດນ້ຳມັນອາຍແກດຫວຽດນາມ ແລະ ລາວ.