ຫວຽດນາມ ເຂົ້າຮ່ວມເວທີປາໄສຮ່ວມມືວັດທະນະທຳອາຊີ 2013
(ພາບປະກອບ)
(vovworld) - ເວທີປາໄສຮ່ວມມືວັດທະນະທຳອາຊີ 2013 (ACCF 2013) ຖືກດຳເນີນໄປໃນວັນທີ 14/11 ຢູ່ເຂດບໍລິຫານພິເສດຮົ່ງກົງ, ປະເທດຈີນ, ດ້ວຍການເຂົ້າຮ່ວມຂອງ 10 ປະເທດ ທີ່ມີບັນດາພື້ນຖານວັດທະນະທຳດີເດັ່ນໃນພາກພື້ນ.
ກ່າວຄຳເຫັນທີ່ເວທີປາໄສ, ທ່ານຫົວໜ້າຄະນະຜູ້ແທນຫວຽດນາມ, ຮອງລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ໂຮ່ແອງຕ໋ວນ ຊີ້ແຈ້ງຄວາມສຳຄັນຂອງວັດທະນະທຳເວົ້າລວມ ແລະ ວັນນະຄະດີເວົ້າສະເພາະໃນປະຫວັດສາດແຫ່ງການພັດທະນາຂອງມະນຸດ. ຫວຽດນາມ ກໍ່ເນັ້ນໜັກວ່າ, ຍາມໃດຫວຽດນາມ ກໍ່ຍົກອອກບັນດານະໂຍບາຍສະໜັບສະໜູນ, ສົ່ງເສີມຫົວຄິດປະດິດສ້າງໃນສິລະປະວັນນະຄະດີ, ພ້ອມທັງປົກປ້ອງບັນດາບົດປະພັນ ແລະ ຊັບສົມບັດດ້ານພູມປັນຍາ. ຫວຽດນາມ ສະແດງຄວາມປາດຖະໜາ ຢາກຢືນຢັນວັດທະນະທຳ ແລະ ການຮ່ວມມືວັດທະນະທຳອາຊີ ເພື່ອສີສັນ ແລະ ການພັດທະນາຢ່າງໝັ້ນຄົງໃນສະພາບການໂລກາພິວັດ.
ທີ່ເວທີປາໄສ, ບັນດາຜູ້ແທນໄດ້ສະເໜີມາດຕະການເພີ່ມທະວີການພົບປະແລກປ່ຽນ, ຮ່ວມມື ແລະ ເຊື່ອມຕໍ່ວັດທະນະທຳ, ພ້ອມທັງຢືນຢັນວ່າ ເວທີປາໄສຮ່ວມມືວັດທະນະທຳອາຊີ ແມ່ນຂົວເຊື່ອມຕໍ່ທີ່ສຳຄັນລະຫວ່າງບັນດາພື້ນຖານວັດທະນະທຳໃນພາກພື້ນ, ຊ່ວຍຊຸກຍູ້ການໂຄສະນາບັນດາຈຸດວັດທະນະທຳ, ປະຫວັດສາດຂອງແຕ່ລະປະເທດສະມາຊິກ ກໍ່ຄືເພີ່ມທະວີຄວາມສາມັກຄີໃນການພົບປະແລກປ່ຽນລະຫວ່າງປະຊາຊົນປະເທດຕ່າງໆ.