ຫວຽດນາມ ເຂົ້າຮ່ວມເວທີປາໄສໂລກ ກ່ຽວກັບຊັບພະຍາກອນນ້ຳຄັ້ງທີ 6

ຫວຽດນາມ ເຂົ້າຮ່ວມເວທີປາໄສໂລກ ກ່ຽວກັບຊັບພະຍາກອນນ້ຳຄັ້ງທີ 6 - ảnh 1
( ພາບຈາກອີນເຕີແນດ )

( vovworld ) - ຄະນະ​ຜູ​້ແທນ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ຫວຽດນາມ ​ໂດຍ​ທ່ານ​ລັດຖະມົນຕີ ຫງວຽນ​ມິ​ງກວາງ ນຳ​ໜ້າ ​ໄດ້​ເຂົ້າ​ຮ່ວມ​ເວທີ​ປາ​ໄສ​ໂລກ​ກ່ຽວ​ກັບ​ນ້ຳ​ຄັ້ງ​ທີ 6 ​ເຊິ່ງຈັດ​ຂຶ້ນ​ລະຫວ່າງ​ວັນ​ທີ 12 – 17/3 ຢູ່​ນະຄອນ Marseille, ຝລັ່ງ. ​ເວທີ​ປາ​ໄສ​ຄັ້ງ​ນີ້​ມີ​ຫົວຂໍ້​ວ່າ “ ປະກອບສ່ວນ​ເຂົ້າ​ໃນ​ການ​ຮ່ວມມື ​ແລະ ສັນຕິພາບ​ເພື່ອ​ຄຸ້ມ​ຄອງ​​ເຂດລຸ່ມ​ແມ່​ນ້ຳ​ລະຫວ່າງ​ປະ​ເທດ ”. ບັນດາ​ຜູ້​ແທນ​ຈະ​ຮັບ​ຟັງບັນດາ​ຄວາມ​ເຫັນ ​ແລະ ບົດ​ລາຍງານຂອງ​ນັກ​ປະ​ຖາ​ກະຖາ 800 ຄົນ ​ໃນ 300 ວາລະ​ປະຊຸມ ​ແລະ ການປຶກສາ​ຫາລື​ຕ່າງໆ. ຄາດ​ວ່າ, ຄະນະ​ຜູ້​ແທນ​ຫວຽດນາມ ຈະ​ມີ​ການ​ພົບ​ປະ​ກັບ​ທ່ານ Henri de Raincourt, ລັ​ດຖະມົນຕີຮັບຜິດຊອບ​ການ​ຮ່ວມ​ມື​ສັງ​ກັດ​ກະຊວງ​ການ​ຕ່າງປະ​ເທດ ​ແລະ ບັນດາ​ບັນຫາ​ເອີ​ລົບ​ ຂອງຝລັ່ງ ​ແລະ ມີ​ການ​ພົບ​ປະ​ກັບ​ຂະ​ຫຼວງ​ໃຫຍ່​ສະຫະພາບ​ເອີ​ລົບ​ກ່ຽວ​ກັບ​ສິ່ງ​​ແວດ​ລ້ອມ.

ຂ່າວ/ບົດ​ອື່ນ