(vovworld) - ກອງປະຊຸມສະຫະພັນລັດຖະສະພາສາກົນ (IPU) ຄັ້ງທີ 127 ດ້ອຍຫົວຂໍ້ວ່າ “ປົກປ້ອງລັກສະນະຫຼາຍຮູບຫຼາຍແບບເພື່ອຮັບປະກັນສັນຕິພາບໃນໂລກຫຼາຍຂົ້ວໃນປະຈຸບັນ” ຫາກໍດຳເນີນໄປຢູ່ນະຄອນ Quebec, ປະເທດການາດາ ໃນລະຫວ່າງວັນທີ 21 – 26/10. ຄະນະຜູ້ແທນສະພາແຫ່ງຊາດຫວຽດນາມ ໂດຍທ່ານ Tran Van Hang, ຫົວໜ້າກຳມາທິການການຕ່າງປະເທດເປັນຫົວໜ້າຄະນະ ໄດ້ເຂົ້າຮ່ວມກອງປະຊຸມ. ການໂຕ້ວາທີທີ່ກອງປະຊຸມ IPU ຄັ້ງນີ້ໄດ້ສຸມໃສ່ການຮັບປະກັນສິດຂອງພົນລະເມືອງ, ສິດຂອງຍາດຕິພີນ້ອງ, ຄວາມມີຫຼາຍຮູບຫຼາຍແບບດ້ານພາສາ ແລະ ວັດທະນະທຳໃນໂລກາພິວັດ ກໍຄືວິທີການຮັກສາຄວາມມີຫຼາຍຮູບຫຼາຍແບບດ້ານການເມືອງ, ພິເສດແມ່ນໃນຈຳນວນປະເທດສະມາຊິກຂອງ IPU. ຕາງໜ້າຄະນະຜູ້ແທນຫວຽດນາມ ທ່ານ Tran Van Hang ໄດ້ຢືນຢັນວ່າ ເລື່ອງຮັບປະກັນສິດພົນລະເມືອງ, ສິດຂອງຍາດຕິພີນ້ອງ ແລະ ຄວາມມີຫຼາຍຮູບຫຼາຍແບບດ້ານວັດທະນະທຳ, ພາສາ ແມ່ນບັນດາເນື້ອໃນເປັນພື້ນຖານໃນຄາດໝາຍຮັບປະກັນສິດຂອງມະນຸດ. ສະພາແຫ່ງຊາດຫວຽດນາມ ໃຫ້ຄຳໝັ້ນສັນຍາຈະສືບຕໍ່ສະໜັບສະໜູນ, ເປັນເຈົ້າການເຂົ້າຮ່ວມຢ່າງຕັ້ງໜ້າ ແລະ ຮັບຜິດຊອບຕໍ່ບັນດາຄວາມມານະພະຍາຍາມລວມຂອງປະຊາຄົມໂລກ ເພື່ອແນໃສ່ຮັບປະກັນ ແລະ ເສີມຂະຫຍາຍບັນດາສິດອັນເປັນພື້ນຖານຂອງມະນຸດ, ເພື່ອຈຸດໝາຍສັນຕິພາບ, ສະຖຽນລະພາບ ແລະ ພັດທະນາແບບຍືນຍົງ.