ຫວຽດນາມ ເຂົ້າຮ່ວມ “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020”

(VOVWORLD) -  “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020” ຈະດຳເນີນໃນລະຫວ່າງວັນທີ 13 – 14 ຕຸລາ ຢູ່ຫໍປະຊຸມ ແລະ ງານວາງສະແດງ Coex ຢູ່ ເຊີອູນ. 
ຫວຽດນາມ ເຂົ້າຮ່ວມ “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020” - ảnh 1ຮ້ານວາງສະແດງສິນຄ້າຂອງ ຫວຽດນາມ ຢູ່ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020. ພາບ/TTXVN

  “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020” ໄດ້ຮັບການຕີລາຄາວ່າ ແມ່ນໂອກາດ ເພື່ອໃຫ້ບັນດາປະເທດພ້ອມກັນແນະນຳຄວາມສາມາດບົ່ມຊ້ອນຂອງ ອາຊີ ໃນສັງກາດຫລັງໂຄວິດ-19, ສ້າງສະຕິຄວາມຮັບຮູ້ກ່ຽວກັບການເພີ່ມລະດັບຄວາມໄວຫັນປ່ຽນສູ່ດີຈີຕອນ ແລະ ຊຸກຍູ້ການຮ່ວມມື ແລະ ແບ່ງປັນວັດທະນາຖາວອນລະຫວ່າງບັນດາປະເທດ ອາຊີ. ເຫດການດັ່ງກ່າວ ກໍ່ຈະສວມບົດບາດຄືພື້ນຖານເຊື່ອມຕໍ່, ໃນນັ້ນ ສ້າງກາລະໂອກາດດຳເນີນທຸລະກິດກັບບັນດາຄູ່ຮ່ວມມື ອາຊີ ແລະ ບັນດາໂອກາດລົງທຶນແຕກຕ່າງກັນໃນທະວີບ ໃຫ້ແກ່ບັນດາວິສາຫະກິດຂອງ ສ.ເກົາຫຼີ, ອາຊຽນ ແລະ ອິນເດຍ. ໃນຂອບເຂດດຳເນີນ “ສັບປະດາດຳເນີນທຸລະກິດ ສ.ເກົາຫຼີ - ອາຊຽນ ແລະ ອິນເດຍ 2020” ຈະມີບັນດາກອງປະຊຸມສຳມະນາ, ບັນດາການເຄື່ອນໄຫວພົບປະ, ແລກປ່ຽນ, ແນະນຳການຮ່ວມມື, ການລົງທຶນລະຫວ່າງບັນດາວິສາຫະກິດ ສ.ເກົາຫຼີ ແລະ ບັນດາປະເທດຕາມຮູບການທາງອອນລາຍ.

ຕອບກັບ

ຂ່າວ/ບົດ​ອື່ນ