( vovworld ) – ວັນທີ 26/3, ຢູ່ນະຄອນຫຼວງວຽງຈັນ, ຄະນະຜູ້ແທນສະພາຊົນເຜົ່າສະພາແຫ່ງຊາດຫວຽດນາມ, ໂດຍທ່ານນາງ Trieu Thi Nai, ປະທານສະພາຊົນເຜົ່າເປັນຫົວໜ້າຄະນະ ໄດ້ມີການເຈລະຈາກັບຄະນະຜູ້ແທນກຳມາທິການບັນດາເຜົ່າສະພາແຫ່ງຊາດລາວ ໂດຍທ່ານ ຄຳຊາວ ໄກຊົງ, ຮອງປະທານກຳມາທິການດັ່ງກ່າວເປັນຫົວໜ້າຄະນະ. ສອງຝ່າຍໄດ້ເຫັນດີບາງຂໍ້ສະເໜີເພື່ອແນໃສ່ເພີ່ມທະວີວຽກງານສົມທົບແລກປ່ຽນບົດຮຽນເພື່ອເປັນເສນາທິການຢ່າງມີປະສິດທິຜົນໃຫ້ແກ່ພັກ, ລັດຖະບານ ແລະ ສະພາແຫ່ງຊາດຂອງສອງປະເທດ ມີບັນດານະໂຍບາຍໃຫ້ແທດເໝາະ, ລົງທຶນຢູ່ເຂດຊົນເຜົ່າ, ເຂດຫ່າງໄກ່ຊອກຫຼີກຂອງແຕ່ລະປະເທດຢ່າງມີປະສິດທິຜົນ. ຊ່ວຍເຫຼືອເຊິ່ງກັນ ແລະ ກັນກ່ຽວກັບການບຳລຸງສ້າງພະນັກງານ, ແລກປ່ຽນຄະນະຜູ້ແທນ ແລະ ຂໍ້ມູຂ່າວເພື່ອຮັບໃຊ້ວຽກງານຊົນເຜົ່າ ແລະ ສາສະໜາ.