ຫວຽດນາມ ແລະ ສິງກະໂປ ເພີ່ມທະວີການຮ່ວມມືໃນການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19
(VOVWORLD) - ວັນທີ 13 ກັນຍາ, ທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ໄດ້ເຈລະຈາແບບທາງໄກກັບທ່ານເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong ເພື່ອແລກປ່ຽນບົດຮຽນກ່ຽວກັບບັນດາມາດຕະການຮັບມືກັບໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ.
ການເຈລະຈາ ລະຫວ່າງທ່ານຮອງລັດຖະມົນຕີການຕ່າງປະເທດ ຫວຽດນາມ ຫງວຽນມິງຫວູ ກັບ ທ່ານເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong (ພາບ: ກະຊວງການຕ່າງປະເທດ) |
ທີ່ການເຈລະຈາ, ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ສະແດງຄວາມຂອບອົກຂອບໃຈອີກຄັ້ງໜຶ່ງຕໍ່ການສະໜັບສະໜູນ ແລະ ການຊ່ວຍເຫຼືອຂອງ ສິງກະໂປ ທີ່ມີຕໍ່ ຫວຽດນາມ, ພິເສດ ແມ່ນໄດ້ໃຫ້ການໜູນຊ່ວຍບັນດາວັດຖຸ, ອຸປະກອນການແພດທີ່ຈຳເປັນ ເພື່ອຕ້ານໂລກລະບາດ. ທ່ານຮອງລັດຖະມົນຕີ ຫງວຽນມິງຫວູ ປາດຖະໜາວ່າ ສິງກະໂປ ຈະສືບຕໍ່ໃຫ້ການໜູນຊ່ວຍ ຫຼື ສະໜອງວັກຊິນໃຫ້ແກ່ ຫວຽດນາມ ໄວທີ່ສຸດເທົ່າທີ່ໄວໄດ້.
ສ່ວນທ່ານ ເລຂາຜູ້ປະຈຳການຄະນະພັກ ກະຊວງການຕ່າງປະເທດ ສິງກະໂປ Chee Wee Kiong ໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການພົວພັນທີ່ໄວ້ເນື້ອເຊື່ອໃຈ ແລະ ສະໜິດຕິດພັນລະຫວ່າງກະຊວງການຕ່າງປະເທດສອງປະເທດ ແນໃສ່ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ລະຫວ່າງ ສິງກະໂປ - ຫວຽດນາມ ໃນບັນດາຂົງເຂດ, ໃນນັ້ນ ມີການຮັບມືກັບໂລກລະບາດ, ຊຸກຍູ້ການເປີດປະຕູເສດຖະກິດ ແລະ ສະກັດກັ້ນການຕັດຕອນຂອງລະບົບສະໜອງ. ທ່ານກໍເຊື້ອໝັ້ນວ່າ ຫວຽດນາມ ຈະຄວບຄຸມໂລກລະບາດໄດ້ໂດຍໄວ ເພື່ອໃຫ້ສອງຝ່າຍສາມາດເປີດປະຕູ, ສ້າງເງື່ອນໄຂສະດວກໃຫ້ພົນລະເມືອງສອງປະເທດໄປມາຫາສູ່ກັນ.
ສອງຝ່າຍກໍໄດ້ແລກປ່ຽນກ່ຽວກັບຫຼາຍບົດຮຽນປະສົບການ ແນໃສ່ຄວບຄຸມໂລກລະບາດໄດ້ໂດຍໄວ ມຸ່ງໄປເຖິງການຟື້ນຟູເສດຖະກິດ ແລະ ນຳປະເທດກ້າວເຂົ້າສູ່ສະພາບປົກກະຕິໃໝ່.