ຫວຽດນາມ ແລະ ອາເມລິກາຈະບັນລຸ TPP ໂດຍໄວ
ທ່ານເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ຫງວຽນຟູ້ຈ້ອງ ແລະ ຜູ້ຕາງໜ້າການຄ້າອາເມລິກາ Michael Froman. |
(vovworld)- ວັນທີ 17/7, ທ່ານເອກອັກຄະລັດຖະທູດ ຫວຽດນາມປະຈຳອາເມລິກາ ຝ້າມກວາງວິງ ໄດ້ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 48 ຂອງສະພາສະມາຊິກຄະນະກຳມະການດ່ວນອາເມລິກາ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວຽດນາມປະຈຳອາເມລິກາ ຝ້າມກວາງວິງ ໄດ້ຊີ້ໃຫ້ເຫັນແຈ້ງການພັດທະນາຂອງສາຍພົວພັນ ຫວຽດນາມ ແລະ ອາເມລິກາ, ພິເສດແມ່ນການພົວພັນດ້ານເສດຖະກິດ-ການຄ້າ 2 ຝ່າຍ, ກໍຄືກ່ຽວກັບແງ່ຫວັງ ແລະ ຄວາມໝາຍຂອງສັນຍາ TPP ທີ່ມີຕໍ່ຫວຽດນາມ. ທ່ານເອກອັກຄະລັດຖະທູດ ຫວຽດນາມປະຈຳອາເມລິກາ ຝ້າມກວາງວິງ ຢືນຢັນວ່າ ຫວຽດນາມໄດ້ ແລະ ຈະພ້ອມກັບບັນດາປະເທດຈະພະຍາຍາມສຳເລັດການເຈລະຈາສັນຍາ TPP ໂດຍໄວ ແລະ ໝັ້ນໝາຍຈະຜັນຂະຫຍາຍສັນຍານີ້ຢ່າງເຂັ້ມງວດພາຍຫຼັງທີ່ທຸກໆຝ່າຍຮັບຮອງເອົາ .