ຫວຽດນາມ ແລະ ໂຮນລັງ ເພີ່ມທະວີການຮ່ວມມື, ສະໜັບສະນູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ລັດຖະບານ ແລະ ວິສາຫະກິດຂອງ ໂຮນລັງ ສືບຕໍ່ສະໜັບສະໜູນຫວຽດນາມ ສຳຜັດກັບແຫຼ່ງວັກຊິນຜ່ານຫຼາຍຮູບແບບໂດຍໄວ, ກໍຄືໜູນຊ່ວຍຢາປິ່ນປົວໂຄວິດ-19
ຫວຽດນາມ ແລະ ໂຮນລັງ ເພີ່ມທະວີການຮ່ວມມື, ສະໜັບສະນູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ - ảnh 1 ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ຕ້ອນຮັບທ່ານນາງເອກອັກຄະລັດຖະທູດ Elsbeth Akkerman
(ພາບ: TTXVN)

ວັນທີ 10 ກັນຍາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານນາງເອກອັກຄະລັດຖະທູດ ໂຮນລັງ Elsbeth Akkerman ປະຈຳຫວຽດນາມ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ສະເໜີໃຫ້ 2 ປະເທດຕ້ອງເພີ່ມທະວີການຮ່ວມມື, ສະໜັບສະໜູນເຊິ່ງກັນແລະກັນຢູ່ບັນດາເວທີປາໄສຫຼາຍຝ່າຍ, ອົງການຈັດຕັ້ງສາກົນ, ໂດຍສະເພາະແມ່ນຢູ່ສະຫະປະຊາຊາດ, ສົມທົບກັນຢ່າງແໜ້ນແຟ້ນໃນບັນດາບັນຫາພາກພື້ນ ແລະ ສາກົນ, ທົ່ວໂລກໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ສະເໜີໃຫ້ລັດຖະບານ ແລະ ວິສາຫະກິດຂອງ ໂຮນລັງ ສືບຕໍ່ສະໜັບສະໜູນຫວຽດນາມ ສຳຜັດກັບແຫຼ່ງວັກຊິນຜ່ານຫຼາຍຮູບແບບໂດຍໄວ, ກໍຄືໜູນຊ່ວຍຢາປິ່ນປົວໂຄວິດ-19, ເຄື່ອງອຸປະກອນການແພດໃຫ້ແກ່ຫວຽດນາມ. ກ່ຽວກັບການຮ່ວມມືດ້ານເສດຖະກິດ, ປະຈຸບັນ ໂຮນລັງ ແມ່ນຄູ່ຄ້າໃຫຍ່ອັນດັບ 2 ແລະ ແມ່ນຄູ່ຮ່ວມມືລົງທຶນຕ່າງປະເທດ (FDI) ໃຫຍ່ທີ່ສຸດຂອງຫວຽດນາມ ຢູ່ເອີລົບ; ທ່ານນາຍົກລັດຖະມົນຕີສະເໜີໃຫ້ລັດຖະສະພາໂຮນລັງ ໃຫ້ສັດຕະຍາບັນສັນຍາອາລັກຂາການລົງທຶນຫວຽດນາມ - ອີຢູ (EVIPA) ແລະ ສະໜັບສະໜູນການຍົກເລີກ “ບັດເຫຼືອງ” ສຳລັບສິນໃນນ້ຳຂອງຫວຽດນາມ ໂດຍໄວ.

        ສ່ວນທ່ານນາງເອກອັກຄະລັດຖະທູດ Elsbeth Akkerman ແຈ້ງວ່າ ຈະມອບເຄື່ອງຊ່ວຍຫາຍໃຈ, ຈຳນວນເຄື່ອງອຸປະກອນການແພດທີ່ມີມູນຄ່າປະມານ 43 ຕື້ດົ່ງ; ຢືນຢັນວ່າຈະສືບຕໍ່ຮ່ວມເດີນທາງພ້ອມກັບຫວຽດນາມ ເພື່ອຍາດໄດ້ໄຊຊະນະໃນການຕໍ່ສູ້ກັບໂລກລະບາດໂຄວິດ-19.

        ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານນາງເອກອັກຄະລັດຖະທູດ Elsbeth Akkerman ໃຫ້ຮູ້ວ່າ, ໂຮນລັງ ສະໜັບສະໜູນບັນດາທັດສະນະຂອງອາຊຽນ, ຢືນຢັນຄວາມປາດຖະໜາຢາກຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນເຮືອ ແລະ ການບິນຢູ່, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982.

ຕອບກັບ

ຂ່າວ/ບົດ​ອື່ນ