(vovworld) - ເວທີປາໄສປົກປັກຮັກສາສິ່ງແວດລ້ອມ “ໂປໂລຍ - ຫວຽດນາມ” ຖືກໄຂຂຶ້ນໃນຕອນເຊົ້າວັນທີ 8/10, ຢູ່ຮ່າໂນ້ຍ, ດ້ວຍການເຂົ້າຮ່ວມຂອງທ່ານຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມຫວຽດນາມ Bui Cach Tuyen, ທ່ານຮອງລັດຖະມົນຕີກະຊວງສິ່ງແວດລ້ອມໂປໂລຍ Beata Jacsewska, ຜູ້ຕາງໜ້າບັນດາວິສາຫະກິດ ແລະ ບັນດາຜູ້ຊ່ຽວຊານໃນຂົງເຂດປົກປັກຮັກສາສິ່ງແວດລ້ອມຂອງສອງປະເທດ. ກ່າວຄຳເຫັນທີ່ເວທີປາໄສ, ທ່ານຮອງລັດຖະມົນຕີ Bui Cach Tuyen ໃຫ້ຮູ້ວ່າ, ນັບແຕ່ເບື້ອງຕົ້ນບັນຫາປົກປັກຮັກສາສິ່ງແວດລ້ອມໄດ້ຮັບການເອົາໃຈໃສ່ເປັນພິເສດຈາກລັດຖະບານຫວຽດນາມ. ພ້ອມກັບບັນດາມາດຕະການກ່ຽວກັບນະໂຍບາຍ, ຍາມໃດຫວຽດນາມ ກໍເອົາໃຈໃສ່ເຖິງການປັບປຸງກົງຈັກອົງການຈັດຕັ້ງເພີ່ມທະວີ ແລະ ຫັນແຫຼ່ງລົງທຶນເປັນຫຼາຍຮູບຫຼາຍແບບ, ຊຸກຍູ້ການຄົ້ນຄວ້າວິທະຍາສາດ, ເພີມທະວີການຮ່ວມມືສາກົນກ່ຽວກັບການປົກປັກຮັກສາສິ່ງແວດລ້ອມ, ໃນນັ້ນມີໂປໂລຍ. ທ່ານຮອງລັດຖະມົນຕີ Bui Cach Tuyen ໄດ້ເນັ້ນໜັກວ່າ.
“ໂປໂລຍ ແມ່ນປະເທດຢູ່ເອີລົບ ບັນລຸໄດ້ບັນດາຜົນງານໃນວຽກງານປົກປັກຮັກສາສິ່ງແວດລ້ອມດີພໍສົມຄວນ. ເລື່ອງຍູ້ແຮງການຮ່ວມມືກັບກະຊວງສິ່ງແວດລ້ອມໂປໂລຍ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມແມ່ນບຸລິມະສິດອັນດັບໜຶ່ງຂອງກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ, ເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບລະຫວ່າງສອງປະເທດ ກໍຄືຊຸກຍູ້ການປະຕິບັດບັນດາຈຸດໝາຍຍຸດທະສາດກ່ຽວກັບການປົກປັກຮັກສາສິ່ງແວດລ້ອມຫວຽດນາມ ຢ່າງມີປະສິດທິຜົນ. ເວທີປາໄສປົກປັກຮັກສາສິ່ງແວດລ້ອມໂປໂລຍ - ຫວຽດນາມ ຄັ້ງນີ້ຈະສ້າງກາລະໂອກາດທີ່ດີໃຫ້ແກ່ພວກເພື່ອແລກປ່ຽນ, ປຶກສາຫາລື ກ່ຽວກັບຄວາມສາມາດຮ່ວມມື ແລະ ສົ່ງເສີມການລົງທຶນລະຫວ່າງບັນດາວິສາຫະກິດສິ່ງແວດລ້ອມສອງປະເທດ.”
ສ່ວນທ່ານຮອງລັດຖະມົນຕີກະຊວງສິ່ງແວດລ້ອມໂປໂລຍ Beata Jacsewska ໄດ້ເນັ້ນໜັກວ່າ, ໂປໂລຍ ຢາກແບ່ງປັນບັນດາບົດຮຽນກັບຫວຽດນາມ ກ່ຽວກັບການປົກປັກຮັກສາສິ່ງແວດລ້ອມໃນວິວັດ 20 ປີແຫ່ງການຫັນປ່ຽນເສດຖະກິດ ເຊິ່ງປະເທດນີ້ໄດ້ຜ່ານຜ່າ.