ຫວຽດນາມ ໄດ້ຮັບການຕີລາຄາວ່າມີພື້ນຖານເສດຖະກິດເຂັ້ມແຂງ ແລະ ນັບມື້ນັບພັດທະນາ

(VOVWORLD) -ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ມີຄວາມສາມາດຕ້ານທານກັບໂລກລະບາດໂຄວິດ-19 ເປັນຢ່າງດີ
ຫວຽດນາມ ໄດ້ຮັບການຕີລາຄາວ່າມີພື້ນຖານເສດຖະກິດເຂັ້ມແຂງ ແລະ ນັບມື້ນັບພັດທະນາ - ảnh 1(ພາບປະກອບ: TTXVN)

ວັນທີ 20 ຕຸລາ, ເວັບໄຊສະເພາະກ່ຽວກັບຕະຫຼາດການເງິນ thearmchairtrader.com ໄດ້ລົງບົດຂຽນ, ໃນນັ້ນໃຫ້ຂໍ້ສັງເກດວ່າ ຫວຽດນາມ ມີພື້ນຖານເສດຖະກິດເຂັ້ມແຂງທີ່ສຸດ ແລະ ນັບມື້ນັບຈະດີຂຶ້ນໄປເລືອຍໆ.

        ຕາມບົດຂຽນແລ້ວ, ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດ ອາຊີຕາເວັນອອກສ່ຽງໃຕ້ ມີຄວາມສາມາດຕ້ານທານກັບໂລກລະບາດໂຄວິດ-19 ເປັນຢ່າງດີ ແລະ ກໍ່ສາມາດຮັບຜົນປະໂຫຍດຈາກທ່າອ່ຽງຫັນປ່ຽນລະບົບສະໜອງໃນພາກພື້ນ. ບົດຂຽນໄດ້ເນັ້ນໜັກເຖິງຕະຫຼາດຫຼັກຊັບຂອງ ຫວຽດນາມ ວ່າແມ່ນໜຶ່ງໃນບັນດາຕະຫຼາດທີ່ມີການເຄື່ອນໄຫວດີທີ່ສຸດຢູ່ ອາຊີ, ເພີ່ມຂຶ້ນ 23% ໃນປີ 2021. ປະຈຸບັນ, ຫວຽດນາມ ມີກວ່າ 4 ລ້ານບັນຊີທຳທຸລະກຳຢູ່ຕະຫຼາດຫຼັກຊັບ, ກວມເອົາປະມານ 3% ຂອງຈຳນວນພົນລະເມືອງໃນທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ