ທ່ານ ໂງວັນຢູ ຫົວໜ້າຄະນະກຳມະການກວດກາສູນກາງ
ເຮັດວຽກຢູ່ຊອກຈັງ (ພາບອິນເຕີແນດ)
(vovworld) - ຕອນເຊົ້າວັນທີ 13/12, ຄະນະປະຕິບັດງານຂອງຄະນະກຳມະການກວດກາສູນກາງ ໂດຍທ່ານ ໂງວັນຢູ ເລຂາສູນກາງພັກ, ຫົວໜ້າຄະນະກຳມະການກວດກາສູນກາງ ເປັນຫົວໜ້າຄະນະ ໄດ້ມີການເຮັດວຽກກັບຄະນະປະຈຳຄະນະພັກແຂວງ ຊອກຈັງ, ເພື່ອກວດກາສະພາບການປະຕິບັດ ຂໍ້ກຳນົດເລກ 51 ຂອງຄະນະເລຂາ ກ່ຽວກັບໜ້າທີ່ ແລະ ການພົວພັນວຽກງານຂອງຄະນະປະຈຳອົງຄະນະພັກແຂວງ, ກ່າວຄວາມເຫັນສະຫຼຸບການເຮັດວຽກ, ທ່ານ ໂງວັນຢຸ ໃສ່ໃຈວ່າ: ຄະນະປະຈຳອົງຄະນະພັກແຂວງ ຊອກຈັງ ຄວນມີການສົມທົບກັນແກ້ໄຂຄວາມຫຍຸ້ງຍາກໃນຕໍ່ໜ້າ, ແລະ ກຳນົດທິດພັດທະນາໃນໄລຍະຍາວ. ເສີມຂະຫຍາຍພູມປັນຍາຂອງຄະນະປະຈຳອົງຄະນະພັກແຂວງ, ປະຕິບັດຕາມຫຼັກການ ແຕ່ຕ້ອງມີທິດບຸກທະລຸ, ຕ້ອງຍົກສູງລັກສະນະເປັນແບບຢ່າງ ແລະ ຕື່ນຕົວໃນການປະຕິບັດຫຼັກການລວມສຸນ, ປະຊາທິປະໄຕ, ລະບຽບການເຮັດວຽກ ແລະ ບັນດາຂໍ້ກຳນົດອື່ນໆໃນພັກ, ເພື່ອປະຕິບັດໜ້າທີ່ຂອງຕົນໃຫ້ດີ.